ຂ່າວສານ

ບັນ​ດາ​ແຂວງ, ນະ​ຄອນ ຈາກ ກວາງ​ນິງ ຕະຫຼອ​ດ​ຮອດ ບິ່ງ​ດິ້ງ ຮັບ​ມື​ກັບ​ພະ​ຍຸ Nesat

ຮອດເວລາ 19 ໂມງຂອງວັນທີ 16 ຕຸລາ, ພະຍຸລູກນີ້ເຄື່ອນໄປຮອດທະເລຕາເວັນອອກ ແລະ ແຮງລົມອາດຈະເພີ່ມຂຶ້ນ.

ຮອດເວລາ 19 ໂມງຂອງວັນທີ 16 ຕຸລາ, ພະຍຸລູກນີ້ເຄື່ອນໄປຮອດທະເລຕາເວັນອອກ ແລະ ແຮງລົມອາດຈະເພີ່ມຂຶ້ນ.

    

(ພາບປະກອບ: TTXVN)

ຕາມສູນອຸຕຸນິຍົມ, ອຸທົກກະສາດແຫ່ງຊາດ ຫວຽດນາມ ແລ້ວ, ເວລາ 19 ໂມງ ຂອງວັນທີ 15 ຕຸລາ,  ໃຈກາງຂອງພະຍຸ Nesat ແມ່ນຢູ່ຫ່າງຈາກເກາະ Luzon  ຂອງ ຟີລິບປິນ ປະມານກວ່າ 100 ກິໂລແມັດ ໄປທາງທິດຕາເວັນອອກພາກເໜືອ. ຮອດເວລາ 19 ໂມງຂອງວັນທີ 16 ຕຸລາ, ພະຍຸລູກນີ້ເຄື່ອນໄປຮອດທະເລຕາເວັນອອກ ແລະ ແຮງລົມອາດຈະເພີ່ມຂຶ້ນ.

         ຫ້ອງການປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ - ຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພທຳມະຊາດ ແລະ ກູ້ໄພກູ້ຊີບ ສະເໜີໃຫ້ບັນດາແຂວງ, ນະຄອນ; ກະຊວງ, ຂະແໜງການຈົ່ງຊີ້ນຳປະຕິບັດການຕິດຕາມຂ່າວ, ການຄາດຄະເນ ແລະ ສະພາບການຜັນແປຂອງພະຍຸຢ່າງໃກ້ຊິດ; ແຈ້ງເຕືອນເຖິງລູກເຮືອ, ເຈົ້າຂອງຍານພາຫະນະ, ເຮືອກ່ຳປັ່ນທີ່ພວມເຄື່ອນໄຫວຢູ່ ທະເລໄດ້ຮັບຊາບ ເພື່ອເປັນເຈົ້າການປ້ອງກັນ, ຕ້ານ ແລະ ມີແຜນການຜະລິດໃຫ້ເໝາະສົມ, ຮັບປະກັນຄວາມປອດໄພກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກຽມພ້ອມກຳລັງ, ຍານພາຫະນະເພື່ອໃຫ້ການໜູນຊ່ວຍ, ກູ້ໄພກູ້ຊີບຢ່າງທັນການທີ່ສຸດ. 

ແຫຼ່ງຄັດຈາກ VOV


top