ຂ່າວສານ

ບັນ​ດາ​ອົງ​ການ​ບານ​ເຕະ​ສາ​ກົນ ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ຢູ່​ຕວກ​ກີ ແລະ ຊີ​ຣີ

ສະຫະພັນບານເຕະໂລກ (FIFA) ໄດ້ຫັກເງິນຈຳນວນ 1 ລ້ານ USD ຈາກກອງທຶນ FIFA ເພື່ອຊ່ວຍເຫຼືອມະນຸດສະທຳໃຫ້ແກ່ຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ ຕວກກີ ແລະ ຊີຣີ.
  ປະຊາຊົນ ຮັບເຄື່ອງຊ່ວຍເຫຼືອ ຢູ່ Hatay, ຕວກກີ (ພາບ: TTXVN)  

ວັນທີ 17 ກຸມພາ, ສະຫະພັນບານເຕະໂລກ (FIFA) ໄດ້ຫັກເງິນຈຳນວນ 1 ລ້ານ USD ຈາກກອງທຶນ FIFA ເພື່ອຊ່ວຍເຫຼືອມະນຸດສະທຳໃຫ້ແກ່ຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ ຕວກກີ ແລະ ຊີຣີ. FIFA ໃຫ້ຮູ້ວ່າ ບ້ວງເງິນຊ່ວຍເຫຼືອດັ່ງກ່າວ ຈະໄດ້ນຳໃຊ້ເພື່ອຊື້ສິນຄ້າທີ່ຈຳເປັນເພື່ອແຈກຢາຍ, ກໍຄື ສະໜອງບ່ອນລີ້ໄພແບບສຸກເສີນ ແລະ ຊົ່ວຄາວ ໃຫ້ແກ່ປະຊາຊົນຜູ້ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວດັ່ງກ່າວ. FIFA ຈະສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ ເພື່ອມີການຊ່ວຍເຫຼືອຄັ້ງຕໍ່ໄປ.

ອາທິດແລ້ວນີ້, ການແຂ່ງຂັນບານເຕະ  ລິກ ອັງກິດ (Premier League) ແຈ້ງໃຫ້ຊາບວ່າ ຈະປະກອບເງິນຈຳນວນ 1 ລ້ານ ປອນ, ໃນຂະນະນັ້ນ ສະຫະພັນບານເຕະ ເອີຣົບ (UEFA) ແລະ ກອງທຶນ UEFA ເພື່ອເດັກ ກໍໄດ້ສົ່ງເງິນຈຳນວນ 200.000 ເອີໂຣ ໄປຊ່ວຍເຫຼືອເຂດທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ ເຊັ່ນດຽວກັນ.


top