ຂ່າວສານ

ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກ​ຂອງ EuroCham ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ຂຽວ​ຂອງ ຫວຽດ​ນາມ

ກຳລັງບົ່ມຊ້ອນພັດທະນາຂຽວຂອງ ຫວຽດນາມ ໄດ້ຮັບການປົວແປງ. ກ່ຽວກັບສາຍສຳພັນລະຫວ່າງການເຕີບໂຕຂຽວ ແລະ FDI, ມີເກືອບ 90% ຈຳນວນວິສາຫະກິດຖືກຖາມ ຖືວ່າ ຫວຽດນາມ ຄວນເພີ່ມທະວີການພັດທະນາຂົງເຂດຂຽວເພື່ອດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດຕື່ມອີກ.

(ພາບປະກອບ: daibieunhandan.vn)

ຕາມບົດລາຍງານກ່ຽວກັບດັດຊະນີສະພາບແວດລ້ອມດຳເນີນທຸລະກິດຂອງສະມາຄົມວິສາຫະກິດ ເອີຣົບ ຢູ່ ຫວຽດນາມ (EuroCham)  ທີ່ໄດ້ປະກາດຫວ່າງມໍ່ໆມານີ້, ມີ 79% ການນຳບັນດາວິສາຫະກິດສະມາຊິກ EuroCham ຕີລາຄາວ່າ ກຳລັງບົ່ມຊ້ອນພັດທະນາຂຽວຂອງ ຫວຽດນາມ ໄດ້ຮັບການປົວແປງ. ກ່ຽວກັບສາຍສຳພັນລະຫວ່າງການເຕີບໂຕຂຽວ ແລະ FDI, ມີເກືອບ 90% ຈຳນວນວິສາຫະກິດຖືກຖາມ ຖືວ່າ ຫວຽດນາມ ຄວນເພີ່ມທະວີການພັດທະນາຂົງເຂດຂຽວເພື່ອດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດຕື່ມອີກ.

        ການສຳຫຼວດຂອງ EuroCham ກໍໄດ້ກຳນົດສິ່ງກີດຂວາງຕໍ່ການລົງທຶນຂອງ ເອີຣົບ ເຂົ້າ ຫວຽດນາມ ແລະ ການຄ້າລະຫວ່າງສອງຝ່າຍ. 35% ຈຳນວນການນຳວິສາຫະກິດຖືກຖາມ ຖືວ່າ ການຫຼຸດຜ່ອນລະບຽບການບໍລິຫານ ແມ່ນວິທີທີ່ມີປະສິດທິຜົນທີ່ສຸດເພື່ອເພີ່ມເງິນລົງທຶນ FDI. ໃນຂະນະນັ້ນ, 24% ຖືວ່າ ການພັດທະນາພື້ນຖານໂຄງລ່າງແມ່ນປັດໄຈຕົ້ນຕໍ.

(ແຫຼ່ງຄັດຈາກ VOV)

top