ຂ່າວສານ

ບັນ​ດາ​ລັ​ດ​ຖະ​ມົນ​ຕີ ກະ​ຊວງການ​ຕ່າງ​ປະ​ເທດ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຢູ​ແກຼນ

ໃນການເຈລະຈາທາງໂທລະສັບດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Sergey Lavrov ໃຫ້ຮູ້ວ່າ ກອງທັບລັດເຊຍ ປະຕິບັດບັນດາຂໍ້ກຳນົດຂອງກົດໝາຍສາກົນຢ່າງເຂັ້ມງວດ, ດຳເນີນບັ້ນການທະຫານພິເສດຢູ່ຢູແກຼນ ແລະ ບັນດາເປົ້າໝາຍຂອງລັດເຊຍ ຈະບັນລຸໄດ້.

ໃນການເຈລະຈາທາງໂທລະສັບດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Sergey Lavrov  ໃຫ້ຮູ້ວ່າ ກອງທັບລັດເຊຍ ປະຕິບັດບັນດາຂໍ້ກຳນົດຂອງກົດໝາຍສາກົນຢ່າງເຂັ້ມງວດ, ດຳເນີນບັ້ນການທະຫານພິເສດຢູ່ຢູແກຼນ ແລະ ບັນດາເປົ້າໝາຍຂອງລັດເຊຍ ຈະບັນລຸໄດ້.

    

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Lavrov  ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Anthony Blinken (ພາບ:  rianovosti)

ຕາມຂໍ້ລິເລີ່ມຂອງຝ່າຍອາເມລິກາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Lavrov  ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Anthony Blinken ໄດ້ເຈລະຈາທາງໂທລະສັບກ່ຽວກັບສະພາບການຢູ່ຢູແກຼນ ໃນວັນທີ 29 ກໍລະກົດ. ນີ້ແມ່ນການເຈລະຈາທາງໂທລະສັບຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດສອງປະເທດ, ນັບແຕ່ເວລາ ລັດເຊຍ ດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ ໃນເດືອນກຸມພາປີ 2022.

        ໃນການເຈລະຈາທາງໂທລະສັບດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Sergey Lavrov  ໃຫ້ຮູ້ວ່າ ກອງທັບລັດເຊຍ ປະຕິບັດບັນດາຂໍ້ກຳນົດຂອງກົດໝາຍສາກົນຢ່າງເຂັ້ມງວດ, ດຳເນີນບັ້ນການທະຫານພິເສດຢູ່ຢູແກຼນ ແລະ ບັນດາເປົ້າໝາຍຂອງລັດເຊຍ ຈະບັນລຸໄດ້. ທ່ານ Sergey Lavrov  ກໍ່ເນັ້ນໜັກວ່າ ເລື່ອງ ອາເມລິກາ ແລະ ບັນດາປະເທດພັນທະມິດສະໜອງອາວຸດໃຫ້ແກ່ຢູແກຼນ ພຽງແຕ່ແກ່ຍາວການປະທະກັນ ແລະ ບໍ່ອາດຍອມຮັບໄດ້.

        ສ່ວນທ່ານລັດຖະມົນຕີກະຊວງການຕ່າງປະເທດ  Anthony Blinken ໄດ້ເອີ້ນວ່າການເຈລະຈາທາງໂທລະສັບນີ້ວ່າເປັນການ”ເປີດອົກເປີດໃຈ ແລະ ກົງໄປກົງມາ”. ທ່ານ Anthony Blinken ໄດ້ກ່າວເຕືອນວ່າຈະ ຈັດວາງບັນດາມາດຕະການລົງໂທດເພີ່ມເຕີມແນໃສ່ລັດເຊຍ, ຖ້າຫາກວ່າ ບາງພາກພື້ນຂອງ ຢູແກຼນຖືກໂຮມເຂົ້າເປັນຂອງລັດເຊຍ.

(ແຫຼ່ງຄັດຈາກ VOV)


top