ຂ່າວສານ

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ G7 ອອກ​ຖະ​ແຫຼງ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ໃນ​ໂລກ

ບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ກ່າວເຕືອນ ຈະເພີ່ມທະວີຄຳສັ່ງລົງໂທດດ້ານເສດຖະກິດຕໍ່ ລັດເຊຍ ແລະ ໝູນໃຊ້ມາດຕະການສຳລັບບັນດາຝ່າຍທີ່ໜູນຊ່ວຍດ້ານການເງິນ ໃຫ້ແກ່ບັ້ນການທະຫານພິເສດຂອງ ລັດເຊຍ.
ບັນດາລັດຖະມົນຕີການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ (ພາບ: MANDEL NGAN/Pool via REUTERS)

ວັນທີ 12 ພະຈິກ, ລັດຖະມົນຕີການຕ່າງປະເທດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ອອກຖະແຫຼງການຮ່ວມພາຍຫຼັງການປະຊຸມຢູ່ ເທດສະບານ Niagara-on-the-Lake, ປະເທດ ການາດາ. ກອງປະຊຸມມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ຄື: ອັງກິດ, ການາດາ, ຝລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ອາເມລິກາ ແລະ ຜູ້ຕາງໜ້າສະຫະພາບ ເອີລົບ (EU).

ກໍ່ກ່ຽວຂ້ອງກັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ຖະແຫຼງການຂອງບັນດາລັດຖະມົນຕີການຕ່າງປະເທດ G7 ເນັ້ນໜັກວ່າ “ຄຳສັ່ງຢຸດຍິງໃນທັນທີມີຄວາມຈຳເປັນທີ່ສຸດ”. ບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ກ່າວເຕືອນ ຈະເພີ່ມທະວີຄຳສັ່ງລົງໂທດດ້ານເສດຖະກິດຕໍ່ ລັດເຊຍ ແລະ ໝູນໃຊ້ມາດຕະການສຳລັບບັນດາຝ່າຍທີ່ໜູນຊ່ວຍດ້ານການເງິນ ໃຫ້ແກ່ບັ້ນການທະຫານພິເສດຂອງ ລັດເຊຍ.

 ກ່ຽວກັບບັນຫາ ເຂດກາຊາ, G7 ກໍ່ສະແດງການສະໜັບສະໜູນຢ່າງແຮງຕໍ່ແຜນການຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເພື່ອແນໃສ່ຢຸດຕິການປະທະກັນຢູ່ພາກພື້ນ, ເນັ້ນໜັກເຖິງຄວາມຕ້ອງການໂດຍດ່ວນກ່ຽວກັບການມອບສົ່ງຊາກສົບຂອງບັນດາຕົວປະກັນ ແລະ ລົບລ້າງທຸກຂໍ້ຈຳກັດສຳລັບການໜູນຊ່ວຍທາງດ້ານມະນຸດສະທຳ ເຂົ້າດິນແດນນີ້.


top