ໃນສະພາບການຄວາມເຄັ່ງຕຶງຂອງການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ກັບ ອີຣານ ຍັງບໍ່ທັນຫຼຸດຜ່ອນລົງ, ບັນດາປະເທດສືບຕໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຢຸດຕິບັນດາການເຄື່ອນໄຫວການທະຫານ ແລະ ເລີ່ມວິວັດທະນາການເຈລະຈາສັນຕິວິທີໂດຍໄວ.
ສະພາບການຢູ່ເຂດແຄມທະເລ Tel Aviv, ອິດສະຣາແອັນ, ເມື່ອວັນທີ 31 ມີນາ 2026 (ພາບ: AP/Ohad Zwigenberg)
ທ່ານ ໝາວໜິງ ໂຄສົກກະຊວງການຕ່າງປະເທດ ຈີນ ເນັ້ນໜັກວ່າ ມາດຕະການການທະຫານບໍ່ສາມາດນຳມາເຊິ່ງມາດຕະການແກ້ໄຂພື້ນຖານ, ພ້ອມທັງກ່າວເຕືອນວ່າ ຄວາມເຄັ່ງຕຶງຂອງການປະທະກັນເພີ່ມຂຶ້ນ ຈະກໍ່ຜົນເສຍຫາຍຕໍ່ເສດຖະກິດທົ່ວໂລກ ແລະ ຄວາມໝັ້ນຄົງດ້ານພະລັງງານ. ຕາມຈີນແລ້ວ, ມີແຕ່ບັນລຸໄດ້ຄຳສັ່ງຢຸດຍິງ ແລະ ຟື້ນຟູສະຖຽນລະພາບຂອງພາກພື້ນ, ການເຄື່ອນໄຫວຂົນສົ່ງທາງທະເລສາກົນຈຶ່ງຈະໄດ້ຮັບການຮັບປະກັນ.
ໃນຂະນະນັ້ນ, ຍີ່ປຸ່ນ ໄດ້ເນັ້ນໜັກວ່າ ຕ້ອງໃຫ້ບຸລິມະສິດຕໍ່ມາດຕະການທາງການທູດ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ. ທ່ານ Minoru Kihara ຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ໂຕກຽວ ຈະສືບຕໍ່ສົມທົບກັບປະຊາຄົມສາກົນ ແລະ ພວມຊັ່ງຊາເລືຶ່ອງເຂົ້າຮ່ວມກອງປະຊຸມຫຼາຍຝ່າຍ ໂດຍ ອັງກິດ ຈັດຂຶ້ນ ເພື່ອແນໃສ່ຮັບປະກັນຄວາມປອດໄພໃນການຂົນສົ່ງຜ່ານຊ່ອງແຄບທະເລ Hormuz.
ລັດເຊຍ ກໍສະແດງຫຼັກໝັ້ນຄ້າຍຄືກັນ, ພ້ອມທັງຢັ້ງຢືນວ່າ ມົດສະກູ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມນຳສະພາບການຢູ່ຕາເວັນອອກກາງກັບຄືນສູ່ວົງໂຄຈອນສັນຕິພາບ.