ຂ່າວສານ

ບັນ​ດາ​ປະ​ເທດ ອາ​ຊຽນ ດັດ​ປັບ​ຍຸດ​ທະ​ສາດ​ພາຍຫຼັງ​ຖະ​ແຫຼງ​ການ​ຂອງ WHO ຢຸດ​ຕິ​ສະ​ພາ​ວະ​ສຸກ​ເສີນ​ສຳ​ລັບ ໂລກ​ລະ​ບາດ​ໂຄວິດ - 19

ບາງປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄື ອິນໂດເນເຊຍ ຫຼີ ຟີລິບປິນ ພວມມີການດັດປັບ ພາຍຫຼັງໄດ້ຮັບແຈ້ງການຂອງອົງການອະນາໄມໂລກ (WHO) ຢຸດຕິສະພາວະສຸກເສີນສຳລັບໂລກລະບາດໂຄວິດ - 19.
  ຈຳນວນແຂກທ່ອງທ່ຽວ ມາທ່ຽວ ອິນໂດເນເຊຍ ຫຼັງໂລກລະບາດໂຄວິດ - 19 ເພີ່ມຂຶ້ນຢ່າງແຮງ   

ວັນທີ 15 ພຶດສະພາ, ທ່ານ Mohammad Syahril ໂຄສົກກະຊວງສາທາລະນະສຸກ ອິນໂດເນເຊຍ ໃຫ້ຮູ້ວ່າ: ລັດຖະບານ ພວມສ້າງຍຸດທະສາດສົ່ງຕໍ່ ເພື່ອຢຸດຕິສະພາວະສຸກເສີນດ້ານສາທາລະນະສຸກ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ຍຸດທະສາດດັ່ງກ່າວ ລວມມີການປະຕິບັດການຕິດຕາມກວດກາດ້ານສາທາລະນະສຸກໃນວົງຄະນະຍາດ, ກະກຽມບັນດາຮາກຖານສາທາລະນະສຸກ, ຮັບປະກັນຢຸກຢາຢ່າງພ້ອມພຽງ, ກໍຄືກະກຽມບັນດານະໂຍບາຍສາທາລະນະສຸກ ແລະ ຄວາມໝັ້ນຄົງແຫ່ງຊາດ ເພື່ອສະກັດກັ້ນໂລກລະບາດທີ່ອາດຈະເກີດຂຶ້ນໃນອະນາຄົດ. ວົງການເຈົ້າໜ້າທີ່ສາທາລະນະສຸກ ອິນໂດເນເຊຍ ກໍຢັ້ງຢືນວ່າ ເຖິງວ່າ WHO ໄດ້ຢຸດຕິສະພາວະສຸກເສີນດ້ານສາທາລະນະສຸກກໍ່ຕາມ ແຕ່ປະຊາຊົນຍັງຕ້ອງປະຕິບັດລະບຽບການສາທາລະນະສຸກຕ່າງໆ. ລັດຖະບານ ຈະສືບຕໍ່ປະຕິບັດໂຄງການສັກວັກຊິນເພື່ອເພີ່ມທະວີການປ້ອງກັນໃຫ້ແກ່ຜູ້ມີຄວາມສ່ຽງຕິດເຊື້ອພະຍາດ.

        ໃນຂະນະນັ້ນ, ປະທານສະພາຕ່ຳ ຟີລິບປິນ Martin Romualdez ຖືວ່າ ແຈ້ງການຂອງ WHO ຊ່ວຍຊຸກຍູ້ການເຕີບໂຕເສດຖະກິດຂອງປະເທດນີ້, ບັນດາການເຄື່ອນໄຫວດ້ານເສດຖະກິດໄດ້ເຊື່ອມຕໍ່ຄືນໃໝ່ຢ່າງຄົບຖ້ວນ, ສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ຜູ້ອອກແຮງງານ.

 


top