ຂ່າວສານ

ບັນ​ດາ​ປະ​ເທດ ອາ​ຊີ - ປາ​ຊີ​ຟິກ ແລະ NATO ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານ​ຂໍ້​ມູນຂ່າວ​ສານ​ທີ່​​ບໍ່​ມີ​ມູນ​ຄວາມ​ຈິງ

ຄາດວ່າ ໃນກອງປະຊຸມດັ່ງກ່າວ, ການນຳບັນດາປະເທດຈະຕົກລົງກັນວ່າ 4 ປະເທດ IP4 ຈະເຂົ້າຮ່ວມການຊ້ອມຮົບຮ່ວມປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ໃນອະນາຄົດ ຂອງກຸ່ມ.

 ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະ ອົງການສົນທິສັນຍາອັກລັງຕິກເໜືອ (NATO) ພວມ ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມື ແນໃສ່ຕ້ານຂໍ້ມູນຂ່າວສານບໍ່ມີມູນຄວາມຈິງ. ການເປີດກວ້າງການພົວພັນຄູ່ຮ່ວມມືນີ້ ຄາດວ່າ ຈະໄດ້ຮັບການຮັບຮອງເອົາໃນກອງປະຊຸມສຸດຍອດ NATO ທີ່ຈະໄຂຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ ໃນວັນທີ 11 ກໍລະກົດ. ການນຳ 4 ປະເທດ ດັ່ງກ່າວ ໄດ້ຮັບຄຳເຊີນເຂົ້າຮ່ວມດ້ວຍຖານະເປັນຄູ່ຮ່ວມມືພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ (IP4).

ຄາດວ່າ ໃນກອງປະຊຸມດັ່ງກ່າວ, ການນຳບັນດາປະເທດຈະຕົກລົງກັນວ່າ 4 ປະເທດ IP4 ຈະເຂົ້າຮ່ວມການຊ້ອມຮົບຮ່ວມປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ໃນອະນາຄົດ ຂອງກຸ່ມ. ໃນຊຸມປີມໍ່ໆມານີ້, NATO ແລະ ບັນດາປະເທດ IP4 ໄດ້ເພີ່ມທະວີການພົວພັນດ້ານຄວາມໝັ້ນຄົງ.


top