ຂ່າວສານ

ບັນ​ດາ​ນັກ​ຮຽນ​ຮູ້​ລັດ​ເຊຍ ຍົກ​ສູງ​ຄຸນ​ຄ່າ​ຍຸດ​ທະ​ສາດ​ຂອງ UNCLOS ໃນ​ບັນ​ຫາ​​ທະ​ເລ​ຕາ​ເວັນ​ອອກ

ບັນດານັກຮຽນຮູ້ໄດ້ຕີລາຄາສູງວິທີການສຳຜັດທີ່ມີລັກສະນະສ້າງສັນຂອງ ຫວຽດນາມ ເມື່ອຢັ້ງຢືນຫຼາຍຄັ້ງແລ້ວວ່າ ມີແຕ່ອີງຕາມພື້ນຖານກົດໝາຍສາກົນຂອງເອກະສານສະບັບຕ່າງໆໂດຍສາກົນ ຮັບຮອງ ຈຶ່ງສາມາດແກ້ໄຂການຍາດຍິງຜືນແຜ່ນດິນທີ່ມີຄວາມສັບສົນທີ່ສຸດນີ້.
  ພາບປະກອບ: TTXVN   

ວັນທີ 19 ມັງກອນ, ຢູ່ສະຖາບັນຝ່າຍທິດຕາເວັນອອກວິທະຍາ, ຂຶ້ນກັບສະພາມະຫາບັນດິດວິທະຍາສາດ ສະຫະພັນ ລັດເຊຍ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລ (UNCLOS) 40 ປີ ຢູ່ທະເລຕາເວັນອອກ ແລະ ຂົ້ົ້ວໂລກເໜືອ”. ກອງປະຊຸມສຳມະນາ ໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນຮັບຮອງເອົາ UNCLOS ແລະ ຜ່ານກອງປະຊຸມສົມທະນານີ້, ບັນດານັກຮຽນຮູ້ຈະຖອດຖອນບົດຮຽນປະສົບການໃນການນຳໃຊ້ເອກະສານນິຕິກຳເພື່ອແກ້ໄຂບັນດາການຂັດແຍ້ງສາກົນ.

ຜ່ານບົດປະກອບຄຳເຫັນເກືອບ 10 ບົດ ໄດ້ສະເໜີ ແລະປຶກສາຫາລື ຢ່າງຟົດຟື້ນ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ແມ່ນເອກະສານຍຸດທະສາດສຳຄັນໃນວິວັດການຊອກຫາມາດຕະການແກ້ໄຂໂດຍສັນຕິວິທີ ໃຫ້ແກ່ບັນຫາທະເລຕາເວັນອອກ. ມີນັກບັນລະຍາຍຫຼາຍທ່ານ ໄດ້ຕີລາຄາສູງປະສິດທິຜົນຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ຄວາມຈຳເປັນຕ້ອງກ້າວໄປເຖິງການເຊັນ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ບັນດານັກຮຽນຮູ້ໄດ້ຕີລາຄາສູງວິທີການສຳຜັດທີ່ມີລັກສະນະສ້າງສັນຂອງ ຫວຽດນາມ ເມື່ອຢັ້ງຢືນຫຼາຍຄັ້ງແລ້ວວ່າ ມີແຕ່ອີງຕາມພື້ນຖານກົດໝາຍສາກົນຂອງເອກະສານສະບັບຕ່າງໆໂດຍສາກົນ ຮັບຮອງ ຈຶ່ງສາມາດແກ້ໄຂການຍາດຍິງຜືນແຜ່ນດິນທີ່ມີຄວາມສັບສົນທີ່ສຸດນີ້.


top