ຂ່າວສານ

ບັນ​ດາ​ທ້ອງ​ຖິ່ນ​ກຽມ​ພ້ອມ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ເປີດສັງກາດພັດທະນາໃໝ່ຂອງປະເທດຊາດ. ສຳລັບບັນດາທ້ອງຖິ່ນ, ເພື່ອປະຕິບັດບັນດາໜ້າທີ່ສຳຄັນທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງມີໄຊ, ມີຫຼາຍທິດທາງລະອຽດທີ່ໄດ້ຮັບການຜັນຂະຫຍາຍໂດຍໄວ, ພິເສດເມື່ອເຂດພັດທະນາຍຸດທະສາດໄດ້ເປີດກວ້າງພາຍຫຼັງໂຮມບັນດາເຂດບໍລິຫານເຂົ້າກັນ.
ທ່ານ ເລຕຽນເຈົາ, ເລຂາອົງຄະນະພັກນະຄອນ ຫ໋າຍຝ່ອງ (ພາບ: plo.vn)

ນັບແຕ່ກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກທີ່ໄດ້ຈັດຂຶ້ນໃນໄລຍະ 6 ເດືອນທ້າຍປີ 2025, ບັນດາທ້ອງຖິ່ນລ້ວນແຕ່ວາງອອກບັນດາເປົ້າໝາຍພັດທະນາຢ່າງຮອບດ້ານ, ສອດຄ່ອງກັບບັນຍາກາດບຸກທະລຸກ້າວຂຶ້ນຂອງປະເທດຊາດໃນໄລຍະໃໝ່.

ປັບປຸງພື້ນຖານ

ສຳລັບ ຫ໋າຍຝ່ອງ, ຂົ້ວເຕີບໂຕສຳຄັນຢູ່ເຂດພາກເໜືອ, ໜຶ່ງໃນບັນດາບຸລິມະສິດແຖວໜ້າໃນປີທຳອິດທີ່ຈັດຕັ້ງປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນປັບປຸງບົດບາດຂອງ ຫ໋າຍຝ່ອງ ຄືສູນຜະລິດອຸດສາຫະກຳ, ຕາໂສ້ສຳຄັນໃນລະບົບສະໜອງຂອງປະເທດຊາດ ແລະ ພາກພື້ນ.

ໃນປີຜ່ານມາ, ເສດຖະກິດ ຫ໋າຍຝ່ອງ ສືບຕໍ່ຢັ້ງຢືນຖານະທີ່ຕັ້ງນຳໜ້າ ດ້ວຍຄວາມໄວໃນການເຕີບໂຕ GRDP ບັນລຸ 11,81%, ຢືນຢູ່ອັນດັບທີ 2 ໃນທົ່ວປະເທດ ແລະ ອັນດັບທີ 11 ຢ່າງລຽນຕິດດ້ວຍການເຕີບໂຕຢູ່ລະດັບ 2 ຕົວເລກ. ທ່ານ ເລຕຽນເຈົາ, ເລຂາພັກນະຄອນ ຫ໋າຍຝ່ອງ ຢັ້ງຢືນວ່າ:

ພວກຂ້າພະເຈົ້າມີສະຕິວ່າ ການພັດທະນາຂອງ ຫ໋າຍຝ່ອງ ບໍ່ພຽງແຕ່ແມ່ນເລື່ອງລາວສະເພາະຂອງ ຫ໋າຍຝ່ອງ ເທົ່ານັ້ນ. ພວກຂ້າພະເຈົ້າໄດ້ອີງຕາມບັນດາກຳລັງໜູນພັດທະນາໃນເມື່ອກ່ອນ ແລະ ເປີດບັນດາກຳລັງໜູນເຕີບໂຕໃໝ່, ຄິດໄລ່ບັນດາແຫຼ່ງກຳລັງ ຢ່າງຕິດແທດ ແລະ ບົນພື້ນຖານນັ້ນ, ພວກຂ້າພະເຈົ້າໄດ້ສະເໜີໃຫ້ອາຍຸການ 2026 – 2030, GRDP ຂອງ ຫ໋າຍຝ່ອງ ຈະ ຂະຫຍາຍຕົວບັນລຸລະດັບ 13% ຂຶ້ນໄປ ແລະ ສູ້ຊົນບັນລຸ 14%.

ຫ໋າຍຝ່ອງ ພວມປັບປຸງບັນດາທ່າໄດ້ປຽບພື້ນຖານຢ່າງຂ້ຽວຂາດ. ການສ້າງເຂດເສດຖະກິດແຄມທະເລທາງທິດໃຕ້ (ກວ່າ 20.000 ເຮັກຕາ) ແລະ ເຂດການຄ້າເສລີ (FTZ), ພ້ອມກັບບັນດາທ່າກຳປັ່ນນ້ຳເລິກຢູ່ ແລັກຮວຽນ ແລະ 12 ເຂດອຸດສາຫະກຳໃໝ່ທີ່ໄດ້ສ້າງຂຶ້ນໃນປີຜ່ານມາ, ໄດ້ນຳມາເຊິ່ງບັນດາທ່າໄດ້ປຽບກະໂດດຂັ້ນໃນການດຶງດູດເງິນລົງທຶນໃຫ້ແກ່ ຫ໋າຍຝ່ອງ. ທ່ານ ຟ້າມວັນແທບ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດ ຫ໋າຍຝ່ອງ ແບ່ງປັນວ່າ:

ສອງເຂດເສດຖະກິດແຄມທະເລແມ່ນເຂດເສດຖະກິດ ດິ່ງຫວູ - ກາດຫ໋າຍ ແລະ ເຂດເສດຖະກິດແຄມທະເລທາງທິດໃຕ້ ຫ໋າຍຝ່ອງ ໄດ້ຮັບການວາງແຜນຜັງກຳນົດຢ່າງລະອຽດ, ມີແບບມີແຜນ, ເປີດພື້ນທີ່ພັດທະນາ ແລະ ມີຄວາມສາມາດບົ່ມຊ້ອນລົງທຶນໃຫຍ່ໃຫ້ແກ່ບັນດາໂຄງການຂອບຂະໜາດໃຫຍ່. ປັດຈຸບັນ, ນະຄອນ ຫ໋າຍຝ່ອງ ໄດ້ຄົ້ນຄ້ວາ, ສະເໜີລັດຖະບານ ອະນຸມັດຜ່ານການສ້າງຕັ້ງເຂດເສດຖະກກິດສະເພາະທີ່ມີເນື້ອທີ່ 5.300 ເຮັກຕາ ຢູ່ທາງທິດຕາເວັນຕົກ ຫ໋າຍຝ່ອງ ດ້ວຍການກຳນົດທິດພັດທະນາຂະແໜງເສດຖະກິດສະເພາະຄື: ການໝູນໃຊ້ປັນຍາປະດິດ (AI), ຫຸ່ນຍົນ, ຢາສະໝູນໄພ…

ສ້າງກຳລັງໜູນເຕີບໂຕໃໝ່

ດ້ວຍຫຼາຍແຂວງ, ນະຄອນອື່ນ, ພື້ນທີ່ພັດທະນາເປີດກວ້າງພາຍຫຼັງໂຮມບັນດາເຂດບໍລິຫານເຂົ້າກັນ ໄປພ້ອມກັບຄວາມສາມາດບົ່ມຊ້ອນໃນການສ້າງບັນດາກຳລັງໜູນເຕີບໂຕໃໝ່. ໂດຍແມ່ນສູນກາງເສດຖະກິດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍທ່າແຮງທີ່ເປັນມູນເຊື້ອກ່ຽວກັບກະສິກຳ ແຕ່ພາຍຫຼັງໂຮມສອງແຂວງ ຊອກຈັງ ແລະ ເຮົ້າຢາງ ເຂົ້າກັນ, ໃນໄລຍະຈະມາເຖິງ ນະຄອນ ເກິ່ນເທີ ໄດ້ກຳນົດການພັດທະນາເຕັກໂນໂລຢີຈະແມ່ນບຸລິມະສິດ.

ທ່ານ ຫງວຽນແທັງຮົ່ງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຢີ ນະຄອນ ດ່ານັ້ງ (ພາບ: VOV)

ຕາມທ່ານ ຫງວຽນວັນຮວ່າ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ເກິ່ນເທີ ແລ້ວ, ນະຄອນຈະສຸມໃສ່ເຮັດສຳເລັດວຽກງານວາງແຜນກຳນົດບັນດາເຂດອຸດສາຫະກຳ, ຍູ້ໄວຄວາມຄືບໜ້າແຜນຮ່າງສ້າງເຂດເສດຖະກິດ ເຈິ່ນເດ່, ຖືນີ້ແມ່ນກຳລັງໜູນພັດທະນາໃໝ່ຂອງແຂວງ. ທ່ານ ຫງວຽນວັນຮວ່າ ໃຫ້ຮູ້ວ່າ:

ພື້ນທີ່ໃໝ່ຂອງນະຄອນ ເກິ່ນເທີ ໃນປັດຈຸບັນໄດ້ແບ່ງເຂດເພື່ອພັດທະນາ, ຄາດວ່າຈະມີ 5 ເຂດເສດຖະກິດເພື່ອພັດທະນາ, ພ້ອມທັງກຳນົດ 6 ແລວທາງເສດຖະກິດສັງຄົມໂດຍຈັດແບ່ງຕາມຂອບຂະໜາດຂອງນະຄອນໃນປັດຈຸບັນ. ບຸລິມະສິດຕໍ່ໄປແມ່ນພັດທະນາບັນດາຂົງເຂດກະສິກຳ, ອຸດສາຫະກຳ, ຕົວເມືອງ, ການທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ, ວິທະຍສາດເຕັກໂນໂລຢີ, logistics.  ໄປຄຽງຄູ່ກັນນັ້ນ ແມ່ນພັດທະນາພື້ນຖານໂຄງລ່າງ, ລວມມີພື້ນຖານໂຄງລ່າງທາງອາກາດ, ການວາງແຜນຜັງທາງລົດໄຟ, ທາງນ້ຳ, ທາງທະເລ ແລະ ບັນດາທ່າກຳປັ່ນ.

ຢູ່ພາກກາງ, ມະຕິເລກທີ 259/2025/QH15 ຂອງສະພາແຫ່ງຊາດ ວ່າດ້ວຍການທົດລອງກົນໄກ, ນະໂຍບາຍພິເສດສະເພາະຈຳນວນໜຶ່ງເພື່ອພັດທະນານະຄອນ ດ່ານັ້ງ ກໍ່ພວມເປີດໂອກາດເພື່ອໃຫ້ ດ່ານັ້ງ ກຳນົດບັນດາກຳລັງໜູນເຕີບໂຕໃໝ່ອີງຕາມນະວັດຕະກຳ, ເສດຖະກິດພູມປັນຍາ, ເຕັກໂນໂລຢີ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເຂົ້າໃນລະບົບນິເວດແຫ່ງການ Startup  ນະວັດຕະກຳແຖວໜ້າໂລກ, ດ້ວຍເປົ້າໝາຍຈະມີຢ່າງໜ້ອຍສຸດ ໜຶ່ງບໍລິສັດ Unicorn Startup. ທ່ານ ຫງວຽນແທັງຮົ່ງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຢີ ນະຄອນ ດ່ານັ້ງ ກ່າວວ່າ:

ດ່ານັ້ງ ຊຸກຍູ້ການໝູນໃຊ້ເຕັກໂນໂລຢີນະວັດຕະກຳໃນບັນດາຂົງເຂດຄື: ຕົວເມືອງອັດສະລິຍາ, ການແພດ, ການສຶກສາ, logistics ແລະ ການທ່ອງທ່ຽວ, ສ້າງສູນນະວັດຕະກຳແຫ່ງຊາດຢູ່ ດ່ານັ້ງ, ສູນທົດລອງ AI ຢູ່ເຂດເຕັກໂນໂລຢີສູງ ເພື່ອແນໃສ່ສ້າງລະບົບນິເວດທີ່ມີລັກສະນະຍາວນານ, ຍືນຍົງກ່ຽວກັບຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ.

ສຳລັບທ້ອງຖິ່ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແມ່ນສັນຍານເປີດໄລຍະພັດທະນາໃໝ່ຢ່າງຮອບດ້ານຂອງປະເທດຊາດ, ໃນນັ້ນແຕ່ລະແຂວງ, ນະຄອນລ້ວນແຕ່ໄດ້ມອບໝາຍພື້ນທີ່ພັດທະນາຍຸດທະສາດທີ່ມີຄວາມສາມາດບົ່ມຊ້ອນເພື່ອບືນຕົວຂຶ້ນຢ່າງແທ້ຈິງໃນສັງກາດໃໝ່.


top