ຂ່າວສານ

ບັນ​ດາ​ຂົວ​ຕໍ່​ແຜ່​ກະ​ຈາຍ​ພາ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ສອງ​ຊາດ ລາວ - ຫວຽດ​ນາມ

ລາວແມ່ນປະເທດທຳອິດທີ່ມີຜູ້ຕາງໜ້າໄດ້ຮັບການເຊີດຊູວ່າ “ເປັນທູດພາສາ ຫວຽດ ຢູ່ຕ່າງປະເທດ” ໃນ 3 ປີລຽນຕິດ. ເລື່ອງນີ້ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງວ່າ ພາສາ ຫວຽດ ພວມນັບມື້ນັບປະກົດຢ່າງເລິກເຊິ່ງກວ້າງຂວາງໃນຊີວິດຊຸມຊົນຢູ່ ລາວ.
ພິທີເຊີດຊູພາສາ ຫວຽດ ຢູ່ ໂຮງຮຽນສອງພາສາ ລາວ - ຫວຽດ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊີດຊູພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ໃຫ້ຮູ້ວ່າ ລາວແມ່ນປະເທດທຳອິດທີ່ມີຜູ້ຕາງໜ້າໄດ້ຮັບການເຊີດຊູວ່າ “ເປັນທູດພາສາ ຫວຽດ ຢູ່ຕ່າງປະເທດ” ໃນ 3 ປີລຽນຕິດ. ເລື່ອງນີ້ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງວ່າ ພາສາ ຫວຽດ ພວມນັບມື້ນັບປະກົດຢ່າງເລິກເຊິ່ງກວ້າງຂວາງໃນຊີວິດຊຸມຊົນຢູ່ ລາວ.

ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເນັ້ນໜັກວ່າ ພາສາ ຫວຽດ ແມ່ນຂົວຕໍ່ໃນການພົວພັນຕ່າງປະເທດ, ການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ ລະຫວ່າງ ຫວຽດນາມ - ລາວ. ເພື່ອໃຫ້ບັນດາ “ທູດພາສາ ຫວຽດ” ສາມາດເສີມຂະຫຍາຍຄວາມສາມາດແຜ່ກະຈາຍ ແລະ ຜູກພັນຢ່າງສຸດຂີດ, ຕ້ອງເອົາໃຈໃສ່ເຖິງການສ້າງ ແລະ ຮັກສາລະບົບນິເວດທີ່ສະດວກໃຫ້ພາສາ ຫວຽດ ພັດທະນາຢູ່ລາວແບບຍືນຍົງ, ກໍຄືປັບປຸງ, ເປີດກວ້າງບັນດາຫ້ອງສອນພາສາ ຫວຽດ ໃນປະຊາຄົມ ແລະ ນຳພາສາ ຫວຽດ ເຂົ້າໃນບັນດາຫຼັກສູດສາມັນຢູ່ຫຼາຍຊັ້ນຮຽນ, ພິເສດຢູ່ບັນດາຂົງເຂດທີ່ມີຊາວ ຫວຽດນາມ ດຳລົງຊີວິດເປັນຈຳນວນຫຼາຍ.


top