ຂ່າວສານ

ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໄກ​ສອນ​ ພົມ​ວິ​ຫານ​ຄົບ​ຮອບ 100 ປີ

ໃນລະຫວ່າງວັນທີ 12 – 13 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວບຸນຍັງ ວໍລະຈິດ ໄດ້ນຳໜ້າຄະນະພະນັກງານ, ການນຳ, ອະດີດການນຳພັກ, ລັດ, ລັດຖະບານ ລາວ ເຂົ້າຮ່ວມບັນດາພິທີຕາມຮີດຕອງປະເພນີ ລາວ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນເກີດຄົບຮອບ 100 ປີ ຂອງປະທານ ໄກສອນ ພົມວິຫານ, ເພືອນຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

ປະທານໄກສອນ ພົມວິຫານ ແລະ ປະທານ ໂຮ່ຈີມິນ

ທ່ານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920, ຢູ່ບ້ານ ນາເຊັງ, ເມືອງ ຄັນທະບູລີ, ປັດຈຸບັນແມ່ນນະຄອນ ໄກສອນ ພົມວິຫານ, ແຂວງ ສະຫວັດສະເຂດ - ພາກກາງລາວ. ເມື່ອ 15 ປີ, ເພິ່ນໄດ້ອອກຈາກບ້ານເກີດເມືອງນອນ ໄປຍັງ ຫວຽດນາມ ເສັງເຂົ້າໂຮງຮຽນ ເບືອຍ, ປັດຈຸບັນແມ່ນໂຮງຮຽນມັດຖະຍົມຕອນປາຍ ຈູວັນອານ ຮ່າໂນ້ຍ.

        ທ່ານ ໄກສອນ ພົມວິຫານ ແມ່ນຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນ, ພ້ອມກັບປະທານໂຮ່ຈີມິນ ສ້າງພື້ນຖານ, ເພີ່ມພູນຄູນສ້າງ ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ກາຍເປັນການພົວພັນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດ, ໃສແຈ້ງທີ່ຫາຍາກໃນໂລກ.

        ການສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີແມ່ນ ໂອກາດເພື່ອໃຫ້ສອງປະເທດ ຫວນຄືນປະຫວັດສາດແຫ່ງຄວາມສາມັກຄີ, ການຕໍ່ສູ້ກັບສັດຕູໂຕດຽວກັນ, ການສ້າງສານຊີວິດແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ເພື່ອຄວາມຜາສຸກປະຊາຊົນຂອງປະເທດ.

(ແຫຼ່ງຄັດຈາກ VOV)


top