ຂ່າວສານ

ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນຂອງ​ປະ​ຊາ​ຄົມ​ອິດ​ສະ​ລາມ ຫວຽດ​ນາມ

ໃນໂອກາດນີ້, ຜູ້ຕາງໜ້າການນຳຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງບິ່ງທ້ວນໄດ້ໄປຢ້ຽມຢາມ,ອວຍພອນບຸນປີໃໝ່ສະພາ ນັກບວດ ອິດສະລາມ ແຂວງບິ່ງທ້ວນ ແລະ ບັນດານັກບວດ, ຜູ້ມີຍົດສັກຕຳແໜ່ງ, ຜູ້ມີອິດທິພົນຊື່ສຽງຢູ່ບາງເມືອງໃນບໍລິເວນແຂວງ.
  ການນຳຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈີມິນມອບຂອງຂວັນໃຫ້ແກ່ຄະນະຜູ້ຕາງໜ້າປະຊາຄົມອິດສະລາມນະຄອນໂຮ່ຈີມິນ  

ວັນທີ 22 ມີນາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນໄດ້ຈັດຕັ້ງການພົບປະສ້າງສັນກັບຄະນະຜູ້ຕາງໜ້າປະຊາຄົມອິດສະລາວນະຄອນ, ຄະນະບໍລິຫານ  ໂບດ, ສະຖານທີ່ບູຊາ ແລະ ເຂດອິດສະລາມເນື່ອງໃນເດືອນ Ramadan ປີ 1444 ຕາມປະຕິທິນອິດສະລາມ ກົງກັບປີ 2023ສາກົນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຄະນະກຳມະການເພື່ອແນໃສ່ປະຕິບັດນະໂຍາບາຍການເຫຼື້ອມໃສເຊື່ອຖືສາສະໜາຂອງພັກ, ລັດ ໃຫ້ເຫັນຢ່າງດີ, ຜ່ານນັ້ນລະດົມກຳລັງໃຈບັນດາສາສະນິກະຊົນຜູ້ເຊື່ອຖືສາສະໜາ ອິດສະລາມໃນບໍລິເວນແຂວງ ສືບຕໍ່ເຂົ້າຮ່ວມປະຕິບັດບັນດາຂະບວນການແຂ່ງຂັນຮັກຊາດ, ກໍ່ສ້າງ ແລະ ປົກປັກຮັກສານະຄອນ, ປະກອບສ່ວນສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

top