ຂ່າວສານ

ບັນ​ດາ​ການ​ພົບ​ປະ​ສຳ​ຄັນ​ຢູ່ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20

ໃນການພົບປະທີ່ບໍ່ຮອດ 10 ນາທີນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Blinken ໄດ້ຮຽກຮ້ອງລັດເຊຍ ຕ່າວປິ້ນການຕັດສິນຢຸດຕິການຮ່ວມມືຕາມສັນຍາຄວບຄຸມອາວຸດນິວເຄຼຍ START ສະບັບໃໝ່ ພ້ອມທັງເຫັນດີຕໍ່ການສະເໜີຂອງ ອາເມລິກາ ແລະ ມອບອິດສະຫຼະພາບໃຫ້ແກ່ພົນລະເມືອງ ອາເມລິກາ Paul Whelan
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: Reuters)

ວັນທີ 2 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ ພົບປະຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ G20. ນີ້ແມ່ນການພົບປະເຊິ່ງໜ້າທຳອິດລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດນັບແຕ່ເວລາ ລັດເຊຍເລີ່ມຕົ້ນບັ້ນການທະຫານພິເສດຢູ່ ຢູແກຼນ ເມື່ອທ້າຍເດືອນກຸມພາ ປີ 2022.

ໃນການພົບປະທີ່ບໍ່ຮອດ 10 ນາທີນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Blinken ໄດ້ຮຽກຮ້ອງລັດເຊຍ ຕ່າວປິ້ນການຕັດສິນຢຸດຕິການຮ່ວມມືຕາມສັນຍາຄວບຄຸມອາວຸດນິວເຄຼຍ START ສະບັບໃໝ່ ພ້ອມທັງເຫັນດີຕໍ່ການສະເໜີຂອງ ອາເມລິກາ ແລະ ມອບອິດສະຫຼະພາບໃຫ້ແກ່ພົນລະເມືອງ ອາເມລິກາ Paul Whelan. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ກໍ່ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ ອາເມລິກາຕໍ່ຂໍ້ສະເໜີສັນຕິພາບ ຂອງ ຢູແກຼນ ດ້ວຍການຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້. ວົງການເຈົ້າໜ້າທີ່ການຕ່າງປະເທດ ອາເມລິກາ ໄດ້ປະຕິເສດໃຫ້ຮູ້ຄຳຕອບຂອງລັດຖະມົນຕີການຕ່າງປະເທດລັດເຊຍ ຕໍ່ບັນດາຂໍ້ສະເໜີຂອງ ອາເມລິກາ.

ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ Jaishankar ກໍ່ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຊີນກັງ.


top