ຂ່າວສານ

ບັນ​ດາ​ການ​ນຳ APEC ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ ແລະ ສະ​ໜອງວັກ​ຊິນ​ກັນ​ໂຄວິດ - 19

ສິ້ນສຸດກອງປະຊຸມ, ບັນດາການນຳເສດຖະກິດ APEC ໄດ້ເຫັນດີເປັນເອກະພາບ ຮັບຮອງເອົາ ຖະແຫຼງການຮ່ວມກ່ຽວກັບການ “ຜ່ານຜ່າໂລກລະບາດໂຄວິດ - 19 ແລະ ຍູ້ໄວວິວັດການຟື້ນຟູເສດຖະກິດ”.
ການນຳບັນດາພື້ນຖານເສດຖະກິດ ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງ APEC (ພາບ: TTXVN)

ວັນທີ 16 ກໍລະກົດ, ການນຳບັນດາພື້ນຖານເສດຖະກິດ ສະມາຊິກເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ດຳເນີນກອງປະຊຸມບໍ່ເປັນທາງການຕາມຮູບການທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມກະທຳລວມຢ່າງຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຮັບມືກັບວິກິດການເສດຖະກິດໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

ສິ້ນສຸດກອງປະຊຸມ, ບັນດາການນຳເສດຖະກິດ APEC ໄດ້ເຫັນດີເປັນເອກະພາບ ຮັບຮອງເອົາ ຖະແຫຼງການຮ່ວມກ່ຽວກັບການ “ຜ່ານຜ່າໂລກລະບາດໂຄວິດ - 19 ແລະ ຍູ້ໄວວິວັດການຟື້ນຟູເສດຖະກິດ”. ຖະແຫຼງການໄດ້ຢັ້ງຢືນວ່າ ການສັກວັກຊິນກັນໂຄວິດ - 19 ແມ່ນວຽກງານທີ່ຈຳເປັນຕ້ອງປະຕິບັດ ເພື່ອໃຫ້ໂລກສາມາດຜ່ານຜ່າສະພາບການສາທາລະນະສຸກທີ່ຮີບດ່ວນຄືໃນປັດຈຸບັນ. ບັນດາການນຳຂອງ 21 ພື້ນຖານເສດຖະກິດ ສະມາຊິກໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມເພີ່ມທະວີກຳລັງຄວາມສາມາດໃນການຜະລິດວັກຊິນ ແລະ ການສະໜອງ, ການແຈກຢາຍ.

ບັນດາການນຳກໍ່ເຫັນດີເປັນເອກະພາບກັບບັນດາການກຳນົດທິດການກະທຳຂອງ APEC ໃນໄລຍະຈະມາເຖິງລວມມີ: ສະໜັບສະໜູນການແບ່ງປັນວັກຊິນ ລະຫວ່າງບັນດາພື້ນຖານເສດຖະກິດ, ຮຽກຮ້ອງການຖ່າຍທອດເຕັກໂນໂລຢີ, ປັບປຸງລະບົບສາທາລະນະສຸກສ້າງຄວາມເຂັ້ມແຂງດ້ວຍຕົນເອງ…ເພື່ອແນໃສ່ສ້າງວຽກເຮັດງານທຳ, ຍົກສູງສະມັດຕະພາບດ້ານເສດຖະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ, ປະກອບສ່ວນສ້າງຄວາມສະດວກແກ່ວິວັດການຟື້ນຟູເສດຖະກິດ.

(ແຫຼ່ງຄັດຈາກ VOV)


top