ຂ່າວສານ

ບັນ​ດາ​ກະ​ຊ​ວງ, ຂະ​ແໜງ​ການໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ບໍ່​ເລື່ອນ​ວັນ​ເວ​ລາ​ ຍື່ນສະ​ເໜີ​ບັນ​ດາຮ່າງ​ກົດ​ໝາຍ

ວັນທີ 18 ກໍລະກົດ, ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ແລະ ລັດຖະບານໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສ້າງກົດໝາຍ, ລັດຖະບັນຢັດໃນຊຸມເດືອນທ້າຍປີ 2019 ແລະ ປີ 2020.

ກອງປະຊຸມຜັນຂະຫຍາຍໂຄງການສ້າງກົດໝາຍ, ລັດຖະບັນຢັດໃນຊຸມເດືອນທ້າຍປີ 2019 ແລະ ປີ 2020 (ພາບ: TTXVN)

ທີ່ກອງປະຊຸມ, ຜູ້ຕາງໜ້າຂອງບັນດາກະຊວງຄື: ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງກໍ່ສ້າງ, ກະຊວງຍຸຕິທຳແລະ ບາງກະຊວງໃຫ້ຄຳໝັ້ນສັນຍາວ່າບໍ່ເລື່ອນວັນເວລາຍື່ນສະເໜີບັນດາຮ່າງກົດໝາຍ, ລັດຖະບັນຢັດໃນປີ 2019 ແລະ ປີ 2020.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ອວງຈຸລິວ ຮອງປະທານສະພາແຫ່ງຊາດໄດ້ສະເໜີໃຫ້ບັນດາອົງການ, ສຳນັກງານສືບຕໍ່ຍົກສູງຄວາມຮັບຜິດຊອບໃຫ້ຫຼາຍກ່ວາອີກ, ເປັນເຈົ້າການໃນການດຸນດ່ຽງວຽກງານຜ່ານແຕ່ລະໄລຍະລະອຽດ. ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນກ່ວາອີກເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ແລ້ວ ແລະ ບັນດາບົດຮຽນປະສົບການທີ່ດີ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ຢ່າງທັນການ, ປະຕິບັດວຽກງານສ້າງກົດໝາຍໃຫ້ດີກ່ວາອີກ.

(ແຫຼ່ງຄັດຈາກ VOV)


top