ຂ່າວສານ

ບັນ​ດາຜູ້​ແທນ ມີ​ຄວາມເຊື່ອ​ໝັ້ນ​ຕໍ່​ຜົນ​ສຳ​ເລັດ​ອັນ​ດີ​ງາມ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ 13 ຂອ​ງ​ພັກ

ກ່ອນດຳເນີນກອງປະຊຸມ, ບັນດາຜູ້ແທນໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະປະສົບຜົນສຳເລັດຢ່າງຈົບງາມ, ພ້ອມທັງຍົກສູງຈິດໃຈ, ບົດບາດຄວາມຮັບຜິດຊອບຕໍ່ພັກ ແລະ ປະຊາຊົນ ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມໃຫຍ່.
ຫໍປະຊຸມແຫ່ງຊາດ ສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ

(ພາບ: nhandan.com.vn)


ວັນທີ 25 ມັງກອນ, ມີຜູ້ແທນ 1578 ຄົນໂດຍຕາງໜ້າໃຫ້ສະມາຊິກພັກ ກ່ວາ 5,1 ລ້ານຄົນ ໃນທົ່ວປະເທດ ໄດ້ເຂົ້າຮ່ວມກອງປະຊຸມວາລະທຳອິດ, ວາລະຈັດກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ເຊິ່ງໄດ້ດຳເນີນຢູ່ຮ່າໂນ້ຍ ໃນລະຫວ່ງວັນທີ 25 ມັງກອນ - 2 ກຸມພາ. ກ່ອນດຳເນີນກອງປະຊຸມ, ບັນດາຜູ້ແທນໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະປະສົບຜົນສຳເລັດຢ່າງຈົບງາມ, ພ້ອມທັງຍົກສູງຈິດໃຈ, ບົດບາດຄວາມຮັບຜິດຊອບຕໍ່ພັກ ແລະ ປະຊາຊົນ ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມໃຫຍ່.

ເຂົ້າຮ່ວມກອງປະຊຸມ, ບັນດາຜູ້ແທນລ້ວນແຕ່ສະແດງຄວາມຕັດສິນໃຈຈະປະກອບສ່ວນທາງດ້ານພູມປັນຍາຂອງຕົນເຂົ້າໃນລັດຖະນະໂຍບາຍອັນຖືກຕ້ອງ, ແຮງກ້າ, ສະຫຼາດສ່ອງໃສຂອງພັກ ເພື່ອນຳປະເທດຊາດບັນລຸໄດ້ບາດກ້າວໃໝ່ ທີ່ຍາວໄກ ແລະ ວອງໄວກ່ວາ. ທ່ານນາງ ແບັກທິລຽນເຮືອງ, ຫົວໜ້າພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມນະຄອນຮ່າໂນ້ຍ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ໃຫ້ຮູ້ວ່າ:

        ຄະນະຜູ້ແທນນະຄອນຫຼວງຮ່າໂນ້ຍ ກໍ່ມີຄວາມປາດຖະໜາຢາກປະກອບສ່ວນທາງດ້ານພູມປັນຍາ, ເຫື່ອແຮງ ຂອງຕົນໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ດ້ວຍບັນດາຄວາມຄາດຫວັງ ແລະ ບັນດາເປົ້າໝາຍເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກວາງອອກ. ຂ້າພະເຈົ້າເຊື່ອໝັ້ນວ່າ ຄະນະຜູ້ແທນຂອງ ນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກໍ່ຈະມີສຽງເວົ້າລວມ, ມີກຳລັງໜູນລວມ, ເປົ້າໝາຍລວມເພື່ອປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກ, ກໍ່ຄືປະຕິບັດເປົ້າໝາຍ, ໜ້າທີ່ເຊິ່ງມະຕິວາງອອກຢ່າງມີໄຊ.

        ແລະກໍ່ຮ່ວມກັບປະຊາຊົນທົ່ວປະເທດ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ ແລະ ບັນດາຜູ້ແມີຖືສາສະໜາຢູ່ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ພວມມຸ່ງໄປສູ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ດ້ວຍຄວາມເຊື່ອໝັ້ນ ຕໍ່ກອງປະຊຸມໃຫຍ່ຈະປະສົບຜົນສຳເລັດ, ສືບຕໍ່ມີລັດຖະນະໂຍບາຍນຳພາປະເທດຊາດພັດທະນາ, ເສດຖະກິດ, ສັງຄົມ, ຊີວິດການເປັນຢູ່, ວັດທະນະທຳຂອງ ພໍ່ແມ່ພີ່ນ້ອງບັນດາເຜົ່ານັບມື້ນັບດີຂຶ້ນ.

        ທ່ານ ຫງວຽນກວາງຈຸງ, ຫົວໜ້າຄະນະສາມັກຄີ ສາສະໜາກາໂຕລິກ ເມືອງນິງກ່ຽວ, ນະຄອນເກິ່ນເທີ ໄດ້ແບ່ງປັນວ່າ:

        ດ້ວຍຄວາມເຊື່ອໝັ້ນ ແລະ ຄາດຫວັງໃໝ່ວ່າ ກອງປະຊຸມໃຫຍ່ ຈະຍົກອອກແຜນນະໂຍບາຍ, ລັດຖະນະໂຍບາຍທີ່ເໝາະສົມກັບປະຊາຊົນ, ສ້າງຄວາມບຸກທະລຸຢ່າງແຮງກ່ວາອີກໃນການພັດທະນາເສດຖະກິດໃນໄລຍະໃໝ່. ທ່າມກາງບັນຍາກາດອັນພາກພູມໃຈນັ້ນ, ພໍ່ແມ່ພີ່ນ້ອງສາສະໜາກາໂຕລິກ ພວກຂ້າພະເຈົ້າມີຄວາມຫວັງວ່າ ໃນກອງປະຊຸມໃຫຍ່ຄັ້ງນີ້ຈະມີບັນດາປັດໄຈໃໝ່.

(ແຫຼ່ງຄັດຈາກ VOV)


top