ຂ່າວສານ

ບັນຫາຈຳນວນໜຶ່ງຕ້ອງການເອົາໃຈໃສ່ພິເສດໃນການກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ

 
ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ເປັນເຫດການ ການເມືອງໜຶ່ງ, ມີຂີດໝາຍສຸດທີ່ສຳຄັນ, ມີຄວາມໝາຍກຳນົດທິດໃຫ້ແກ່ອະນາຄົດ, ປຸກລະດົມກຳລັງໃຈທົ່ວພັກ, ທົ່ວປວງຊົນແລະ ທົ່ວກອງທັບ ສືບຕໍ່ຍູ້ແຮງຢ່າງຮອບດ້ານ, ສະໝຳ່ສະເໝີ ກັນ ພາລະກິດການປ່ຽນແປງໃໝ່, ສ້າງສາປະເທດຊາດພັດທະນາໂດຍໄວ ແລະ ໝັ້ນຄົງຕະຫຼອດການ. 


 
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ. ພາບ: ເຟືອງຮວາ/VNA
 
ສອງເນື້ອໃນສຳຄັນທີ່ສຸດຂອງກອງປະຊຸມໃຫຍ່ອົງຄະນະພັກທຸກສະໄໝ ແມ່ນວຽກງານກະກຽມເນື້ອໃນບົດລາຍງານ ແລະ ວຽກງານກະກຽມບຸກຄະລາກອນ, ພິເສດ ວຽກງານກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ມີບົດບາດ ແລະ ຄວາມໝາຍສຸດທີ່ສຳຄັນ, ເປັນປັດໄຈຮັບປະກັນໃຫ້ແກ່ກອງປະຊຸມໃຫຍ່ໄດ້ຮັບຜົນສຳເລັດ ແລະ ຜັນຂະຫຍາຍການປະຕິບັດບັນດາມະຕິຕົກລົງຂອງກອງປະຊຸມໃຫຍ່ຢ່າງມີໄຊ. 

ເພື່ອກະກຽມທີ່ດີ ວຽກງານສຸດທີ່ສຳຄັນດັ່ງກ່າວ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ, ຫົວໜ້າຄະນະອະນຸກຳມະການ ບຸກຄະລະກອນ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ: “ບັນຫາຈຳນວນໜຶ່ງຕ້ອງການເອົາໃຈໃສ່ພິເສດໃນການກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ”. 
ປະຕິບັດ: VNA/VNP

top