ຂ່າວສານ

ບັນລຸລື່ນກາຍ 1000 ມາດຕະຖານຂອງ IATA, Bamboo Airways ໄດ້ຮັບໃບຢັ້ງຢືນຄວາມປອດໄພໃນການເຄື່ອນໄຫວຂຸດຄົ້ນ

      ຕອນຄ່ຳວັນທີ 26 ທັນວາ, ບໍລິສັດ Bamboo Airways ໃຫ້ຮູ້ ວ່າ ບໍລິສັດນີ້ຫາກໍ່ໄດ້ຮັບໃບຢັ້ງຢືນຄວາມປອດໄພໃນການເຄື່ອນໄຫວ (IOSA IATA Operational Safety Audit) ຂອງ ສະຫະສະມາຄົມຂົນສົ່ງທາງອາກາດສາກົນ (IATA) ຫຼັງຈາກການຜັນຂະຫຍາຍການບິນດ້ານການຄ້າມາເປັນເວລາເກືອບ 1 ປີ.

ພິທີຮັບເຮືອບິນ Boeing 787-9 Dreamliner  ຂອງ Bamboo Airway
      ຕາມແຜນການແລ້ວ, IATA ຈະມອບໃບຢັ້ງຢືນໃຫ້ແກ່ Bamboo Airway ຢູ່ຮ່າໂນ້ຍໃນວັນທີ 3 ມັງກອນ 2020 ຈະມາເຖິງ. ໃບຢັ້ງຢືນ IOSA ໄດ້ຕີລາຄາວ່າແມ່ນໃບຢັ້ງຢືນສຳຄັນທີ່ສຸດກ່ຽວກັບຄວາມປອດໄພທາງອາກາດ, ໃນໂລກມີພຽງແຕ່ 16 ບໍລິສັດການບິນບັນລຸໄດ້ໃບຢັ້ງຢືນດັ່ງກ່າວ. ໃບຢັ້ງຢຶນ IOSA ຂອງ IATA ແມ່ນລະບົບບັນດາມາດຕະຖານ, ຂໍ້ກຳນົດ ແລະ ວິວັດການປະຕິບັດຕາມມາດຕະຖານສາກົນ ເພື່ອແນໃສ່ຕີລາຄາຄວາມສາມາດບົ່ມຊ້ອນຂອງລະບົບການຄວບຄຸມ ແລະ ບໍລິຫານການເຄື່ອນໄຫວຂອງບັນດາບໍລິສັດການບິນ.
 (ແຫຼ່ງຄັດຈາກ VOV)


top