ຂ່າວສານ

ບັນດາໝູ່ບ້ານຢູ່ດັກລັກຟົດຟຶ້ນພ້ອມກັບງານບຸນກາເຟ

ງານບຸນກາເຟບວນມາຖວດຄັ້ງທີ 8 ດ້ວຍຫົວຂໍ້ “ບວນມາຖວດ - ຈຸດນັດພົບຂອງກາເຟໂລກ” ໄດ້ຖືກຈັດຂຶ້ນຢູ່ແຂວງ ດັກລັກແຕວັນທີ 9 ຫາວັນທີ 14 ມີນາ, ຢູ່ບັນດາໝູ່ບ້ານ, ພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງດັກລັກໄດ້ຈັດຕັ້ງຫຼາຍກິດຈະກຳວັດທະນະທຳສິລະປະເຈືອຈານເຂົ້າກັບບັນຍາກາດຂອງງານບຸນ
  ບັນດາໝູ່ບ້ານຢູ່ດັກລັກຟົດຟຶ້ນພ້ອມກັບງານບຸນກາເຟ  

ໃນສາລາບ້ານຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເຂດເຕິຍງວຽນຂອງອ້າຍອີໂວນກະນຸນ ທີ່ບ້ານ ອາກໍເດີຮົງ ນະຄອນບວນມາຖວດ ແຂວງດັກລັກ, ບັນດາຊາວໜຸ່ມຢູ່ບ້ານ ອາກໍເດີຮົງ ພວມເມົາມົວສະແດງເຄື່ອງດົນຕີພື້ນເມືອງ, ຜູ້ຕີຄ້ອງໄມ້ໄຜ່, ຜູ້ຕີຄ້ອງທອງ, ປະສານກັບສຽງພິນຕຣຶງພ້ອມກັບສຽງເຄື່ອງດົນຕີອື່ນໆແລະສຽງຂັບກອນລຳ. ອ້າຍອີໂວນກະນຸນໃຫ້ຮູ້ວ່າມິແຂກທ່ອງທ່ຽວມາຍາມບວນມາຖວດນັບມື້ນັບຫຼາຍຂຶ້ນ, ເຂົາເຈົ້າຢາກຮັບຊົມການສະແດງດົນຕີ, ຊອກຮູ້ວັດທະນະທຳພື້ນເມືອງເຜົ່າເອເດ. ໃນໂອກາດງານບຸນກາເຟ, ມີຫຼາຍບໍລິສັດທ່ອງທ່ຽວໄດ້ສັ່ງຈອງຕາຕະລາງສະແດງສິລະປະຢູ່ສາລາບ້ານ. ອ້າຍ ອີໂວນກະນຸນ ໃຫ້ຮູ້ວ່າ:

“ກ່ອນທີ່ຈະຈັດງານບຸນກາເຟ, ອ້າຍນ້ອງໃນບ້ານ ໄດ້ສະຫງວນເວລາເພື່ອພ້ອມກັນຝຶກແອບຕີຄ້ອງ ພ້ອມກັນເສບພິນຕຣຶງເພື່ອໃຫ້ດີກວ່າເກົ່າ. ງານບຸນແມ່ນ ໂອກາດເພື່ອໃຫ້ພວກຂ້າພະເຈົ້າແນະນຳຈຸດວັດທະນະທຳຂອງເຜົ່າຕົນໃຫ້ແກ່ແຂກທ່ອງທ່ຽວ”.

ໂດຍແມ່ນສະຖານທີ່ວັດທະນະທຳທີ່ເປັນເອກະລັກຢູ່ນະຄອນບວນມາຖວດ, ບ້ານ ອາກໍເດີຮົງ ໄດ້ບູລະນະສ້ອມແປງປະດັບປະດາເພື່ອຮັບໃຊ້ແຂກທ່ອງທ່ຽວໃນໂອກາດງານບຸນ. ບັນດາຄອບຄົວດຳເນີນທຸລະກິດໂຮມສະເຕໄດ້ປະດັບປະດາສາລາບ້ານ, ທາສີປ້າຍໂຄສະນາ, ປ້າຍແນະນຳແລະກະກຽມບັນດາເຍື່ອງອາຫານພື້ນເມືອງຂອງເຜົ່າຕົນ. ນາງ ເຮີຕິບ ອາລີໂອ ໃຫ້ຮູ້ວ່າ:

“ໃນງານບຸນປີນີ້ ບໍ່ພຽງແຕ່ກ່ຽວຂ້ອງເຖິງກາເຟເທົ່ານັ້ນຫາກຍັງແມ່ນຈຸດວັດທະນະທຳຂອງຊາວເຜົ່າເອເດຢູ່ບວນມາຖວດອີກດ້ວຍ ດັ່ງນັ້ນໝູ່ບ້ານມີຄວາມເບີກບານມ່ວນຊື່ນທີ່ສຸດ. ຂ້າພະເຈົ້າເຫັນວ່າ ໝູ່ບ້ານຄືກຄື້ນມ່ວນຊື່ນຫຼາຍຂຶ້ນ, ມີບັນດາກິດຈະກຳຕ່າງໆຄືສະແດງຄ້ອງ ແລະ ແນະນຳບັນດາເຍື່ອງອາຫານພື້ນເມືອງໃຫ້ແກ່ແຂກທ່ອງທ່ຽວພ້ອມທັງມີກາເຟໂດຍບໍ່ເກັບຄ່າເພື່ອຮັບໃຊ້ແຂກທ່ອງທ່ຽວອີກດ້ວຍ”.

ຢູ່ບັນດາໝູ່ບ້ານໃນແຂວງດັກລັກ ໃນຊຸມວັນນີ້ ຊາວບ້ານໄດ້ຈັດຫຼາຍລາຍການສະແດງສິລະປະ ປະກອບສ່ວນເຮັດໃຫ້ສີສັນວັດທະນະທຳຂອງງານບຸນກາເຟເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ ຄືການຈັດວັນບຸນວັດທະນະທຳ - ກິລາບັນດາເຜົ່າ, ຈັດພິທີໄຫວ້ບູຊາທ່ານ້ຳ, ພິທີພາວະນາໃຫ້ສຸຂະພາບເຂັ້ມແຂງ, ງານບຸນຊ້າງ, ພິທີໄຫວ້ບູຊາໃຫ້ສຸຂະພາບຂອງຊ້າງ... ອ້າຍ ອີທຽນອາເດີງ ເຈົ້າຂອງຫົວໜ່ວຍເຮັດທ່ອງທ່ຽວຢູ່ນະຄອນບວນມາຖວດໃຫ້ຮູ້ວ່າ:

“ໂດຍອີງໃສ່ເນື້ອໃນຂອງລາຍການໃນງານບຸນກາເຟພ້ອມກັບບັນດາການເຄື່ອນໄຫວຢູ່ບວນມາຖວດ, ການເຄື່ອນໄຫວຢູ່ບ້ານລັກແລະການເຄື່ອງໄຫວຢູ່ໂດນ, ຂ້າພະເຈົ້າໄດ້ສ້າງບັນດາລາຍການທ່ອງທ່ຽວໃຫ້ແກ່ແຂກທ່ອງທ່ຽວ. ແຕ່ລະເຂດກໍ່ມີຈຸດພິເສດສະເພາະ, ແຕ່ລະການເດີນທາງທ່ອງທ່ຽວຈະຊ່ວຍໃຫ້ແຂກທ່ອງທ່ຽວໄດ້ພົບປະແລກປ່ຽນສາມາດເຂົ້າໃຈກ່ຽວກັບດິນແດນແລະຊາວທ້ອງຖິ່ນ. ເຮົາຈະເຊື່ອມຕໍ່ແຂກທ່ອງທ່ຽວກັບຊາວທ້ອງຖິ່ນເພື່ອພ້ອມກັນແບ່ງປັນບັນດາເລື່ອງລາວກ່ຽວກັບການດຳລົງຊີວິດ ແລະ ວັດທະນະທຳ”.

ຜ່ານການຈັດຕັ້ງງານບຸນກາເຟບວນມາຖວດແຕ່ລະຄັ້ງ, ປະຊາຊົນນັບມື້ນັບເຂົ້າຮ່ວມຢ່າງຕັ້ງໜ້າ ເຂົ້າໃນບັນດາການເຄື່ອນໄຫວຂອງງານບຸນ. ຈາກບັນດາໝູ່ບ້ານຢູ່ຫ່າງໄກສອກຫຼີກຕະຫຼອດຮອດໃຈກາງນະຄອນບວນມາຖວດຊາວທ້ອງຖິ່ນກໍ່ຄືແຂກທ່ອງທ່ຽວ ໄດ້ພ້ອມກັນເຊື່ອມຕົວເຂົ້າກັບສຽງກອງສຽງຄ້ອງສຽງພິນຕຣຶງໃນທ່າມກາງກິ່ນຫອມຫວນຂອງດອກກາເຟເຊິ່ງແມ່ນລົດຫອມເປັນເອກະລັກພິເສດຂອງບັນດາຈອກກາເຟພິເສດ ແລະ ພ້ອມກັນສ້າງງານບຸນທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍແລະຫຼາກຫຼາຍສີສັນວັດທະນະທຳເຂດເຕິຍງວຽນ.


top