ຂ່າວສານ

ບັນດາໂຮງຮຽນອະນຸບານພິເສດໃຫ້ລູກຫຼານຂອງກຳມະກອນ

ການ​ຢ້ຽມ​ຢາມເພື່ອ​ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຫວຽດ​ນາມ - ສ.ອາ​ເຊັກ​ໄບ​ຊານ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ສົມ​ກັບ​ເປັນ​ຂອບ​ຂະ​ໜາດ​ຄູ່​ຮ່ວມ​ມື​ຍຸດ​ທ​ະສາດ.
ທ່ານ​ຮ່​ວາງ​ແທັງ​ຕຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຫວຽດ​ນາມ ເປັນ ​ຕ້ອນ​ຮັບທ່ານ Ilham Aliyev ​ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເຊັກ​ໄບ​ຊານ ແລະ ພັນ​ລະ​ຍາ (ພາບ: VNA)
ຕອນ​ຄ່ຳ​ວັນ​ທີ 19 ພະ​ຈິກ, ທ່ານ Ilham Aliyev ​ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເຊັກ​ໄບ​ຊານ ແລະ ພັນ​ລະ​ຍາ ໄດ້ເດີນທາງ​ມາ​ຮອດ​ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 19 – 21 ພະ​ຈິກ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ​ທ່ານ ​ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ. ນີ້​ແມ່ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ ຢ່າງ​ເປັນ​ທາ​ງ​ການ​ຄັ້ງ​ທີ 2 ຂອງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Ilham Aliyev ພາຍຫຼັງ​ການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ໃນ​ປີ 2014. ການ​ຢ້ຽມ​ຢາມເພື່ອ​ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຫວຽດ​ນາມ - ສ.ອາ​ເຊັກ​ໄບ​ຊານ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ສົມ​ກັບ​ເປັນ​ຂອບ​ຂະ​ໜາດ​ຄູ່​ຮ່ວມ​ມື​ຍຸດ​ທ​ະສາດ.

top