ຂ່າວສານ

ບັນດາແຂວງທາງພາກໃຕ້ ຕໍ່ເວລາແຍກຫ່າງສັງຄົມຕື່ມອີກ 14 ວັນ

      ຄະນະກຳມະການປະຊາຊົນແຂວງ ເຮົ້າຢາງ ໄດ້ປະກາດຈົດໝາຍທາງການກ່ຽວກັບການດັດປັບເວລາແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຕື່ມອີກ 14 ວັນ.
ບັນດາແຂວງທາງພາກໃຕ້ ຕໍ່ເວລາແຍກຫ່າງສັງຄົມຕື່ມອີກ 14 ວັນ
(ພາບປະກອບ)
      ຕອນເຊົ້າວັນທີ 01 ສິງຫາ, ຄະນະກຳມະການປະຊາຊົນແຂວງ ເຮົ້າຢາງ ໄດ້ປະກາດຈົດໝາຍທາງການກ່ຽວກັບການດັດປັບເວລາແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຕື່ມອີກ 14 ວັນ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 31 ກໍລະກົດ, ບັນດາແຂວງຄື: ເບັນແຈ, ໄຕນິງ, ວິງລອງ, ຕ່ຽນຢາງ… ກໍໄດ້ປະກາດຂໍ້ຕົກລົງຕໍ່ເວລາແຍກຫ່າງສັງຄົມນັບແຕ່ວັນທີ 02 – 15 ສິງຫາ 2021.
      ຕອນທ່ຽງວັນທີ 01 ສິງຫາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທັງຟອງ ໄດ້ປະກາດເອກະສານທາງການ ກ່ຽວກັບເລື່ອງສືບຕໍ່ນຳໃຊ້ມາດຕະການແຍກຫ່າງສັງຄົມ ຕາມຕິດໃຈຄຳສັ່ງເລກທີ 16 ຕື່ມອີກ 14 ວັນ, ນັບແຕ່ເວລາ 0 ໂມງ ວັນທີ 02 ສິງຫາ.
      ກ່ຽວຂ້ອງເຖິງສະພາບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 01 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 150.060 ຄົນ, ໃນນັ້ນມີ 38.734 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ມີ 4 ໃນຈຳນວນ 62 ແຂວງ, ນະຄອນບໍ່ກວດພົບກໍລະນີຕິດເຊື້ອພະຍາດໃນຮອບເວລາ 14 ວັນແມ່ນ: ອຽນບາຍ, ດ້ຽນບຽນ, ກວາງນິງ ແລະ ບັກກ້ານ.
ໃນວັນທີ 31 ກໍລະກົດ, ໄດ້ສັກວັກຊິນກັນໂຄວິດ-19 ກວ່າ 276.000 ໂດສ ໃຫ້ແກ່ປະຊາຊົນ ອັນໄດ້ຍົກຈຳນວນວັກຊິນສັກໃຫ້ປະຊາຊົນແມ່ນຂຶ້ນກວ່າ 6.200.000 ໂດສ.
 (ແຫຼ່ງຄັດຈາກ VOV)


top