ຂ່າວສານ

ບັນດາແຂວງທາງພາກກາງ ຫວຽດນາມ ຮ່ວມກັນສ້າງກໍາລັງໜູນໃຫ້ແກ່ການພັດທະນາ

      ປີ 2019, ສະພາບການເສດຖະກິດ - ສັງຄົມ ຂອງບັນດາແຂວງ, ນະຄອນໃນເຂດພາກກາງຫວຽດນາມ ສືບຕໍ່ມີການເຕີບໂຕ ແລະ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ, ສູງກວ່າ ລະດັບສະເລ່ຍລວມຂອງທັງປະເທດ.

ເຂດເສດຖະກິດ ຢຸງກວດ ແຂວງ ກວ໋າງຫງາຍ  (ພາບ: VOV.VN)
      ບັນລຸໄດ້ຜົນສໍາເລັດຫຼາຍຢ່າງໃນການປົວແປງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ ແລະ ດຶງດູດການລົງທຶນ ໂດຍໄດ້ອອກໃບອະນຸຍາດລົງທຶນໃຫ້ 35 ໂຄງການ, ໃນນັ້ນ ມີ 3 ໂຄງການ FDI, ດ້ວຍຈໍານວນທຶນຈົດທະບຽນແມ່ນເກືອບ 600 ລ້ານ USD, ເຊິ່ງໄດ້ແກ້ໄຂວຽກເຮັດງານທໍາໃໝ່ໃຫ້ແກ່ຊາວຜູ້ອອກແຮງງານປະມານ 7.500 ຄົນ. ທ່ານ ເລຫວຽດຈື໊, ເລຂາພັກແຂວງ ແຂວງ ກວ໋າງຫງາຍ ຖືວ່າ:
        ແຂວງກວ໋າງຫງາຍ ພ້ອມແລ້ວທີ່ໄດ້ຕ້ອນຮັບບັນດານັກລົງທຶນ, ໜູນຊ່ວຍບັນດານັກລົງທຶນມາທໍາມາຫາກິນ. ພວກຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາວ່າ ຈະປ່ຽນແປງໃໝ່, ປະດິດຄິດສ້າງ, ກໍ່ສ້າງ ແຂວງກວ໋າງຫງາຍ ໃຫ້ກາຍເປັນສະຖານທີ່ເປັນມິດສະໜິດສະໜົມ, ປອດໄພ ແລະ ປະສົບຜົນສໍາເລັດ ໃຫ້ແກ່ບັນດານັກລົງທຶນ. ພວກຂ້າພະເຈົ້າ ຖືຜົນສໍາເລັດຂອງບັນດານັກລົງທຶນ ປຽບເໝືອນຜົນສໍາເລັດຂອງຕົນ”.
        ປີ 2019, ຄວາມຫຍຸ້ງຍາກ, ຂໍ້ຕິດຄັດຂອງວິສາຫະກິດໄດ້ຮັບຄວາມເອົາໃຈແກ້ໄຂ; ການພັດທະນາເສດຖະກິດທາງທະເລ ແລະໂຄງປະກອບພື້ນຖານໂຄງລ່າງ ລະຫວ່າງເຂດນັ້ນ ກໍທາງທ້ອງຖິ່ນກໍ່ໄດ້ເອົາໃຈໃສ່ ແລະ ສຸມໃສ່ລົງທຶນ...  ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນນັ້ນ, ທ່ານ ຫງວຽນຈີ໊ຢຸງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ:
        “ຄວນວາງແຜນກໍານົດບັນດາຂັ້ນຕອນການພັດທະນາ, ກໍານົດທິດການພັດທະນາໃນແຕ່ລະເຂດ, ແຕ່ລະທ້ອງຖິ່ນໃຫ້ເປັນຢ່າງດີທີ່ສຸດ. ສ້າງຕັ້ງສະພາເຂດ ເພື່ອປະສານງານກັນ. ສ້າງກົນໄກການຮ່ວມສໍາພັນເຮັດແນວໃດ ເພື່ອໃຫ້ມີຄວາມເຂັ້ມແຂງຢ່າງພຽງພໍ ເພື່ອຮ່ວມມືກັນ, ພ້ອມກັນນໍາມາເຊິ່ງຜົນປະໂຫຍດລວມໃຫ້ແກ່ປະເທດຊາດ”.
 (ແຫຼ່ງຄັດຈາກ VOV)


top