ຂ່າວສານ

ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳອົດສະຕາລີ ສົ່ງຈົດໝາຍຮຽກຮ້ອງການຫນູນຊ່ວຍນັກສຶກສາສາກົນ

      ດ້ວຍຄວາມປາດຖະຫນາຢາກຫນູນຊ່ວຍນັກສຶກສາ ອາຊຽນ ເກືອບ 150.000 ຄົນ ພວມຮ່ຳຮຽນ ຢູ່ ອົດສະຕາລີ. 

ນັກສຶກສາຕ່າງປະເທດ ຢູ່ ອົດສະຕາລີ
ພາບປະກອບ:baoquocte.vn
      ວັນທີ 1 ເມສາ ເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ຢູ່ ນະຄອນ Canberra ຂອງ ອົດສະຕາລີ ໄດ້ສົ່ງຈົດໝາຍຮ່ວມ ເຖິງລັດຖະມົນຕີກະຊວງສຶກສາ, ກະຊວງການຕ່າງປະເທດ, ຄະນະກຳມະການ ອົດສະຕາລີ ອາຊຽນ ແລະ ບັນດາລັດຖະມົນຕີກະຊວງສຶກສາ ແລະ ວຽກເຮັດງານທຳ ໃນທັງໝົດ  6 ລັດນ້ອຍ ແລະ ເຂດແຄ້ວນ 2 ແຫ່ງຂອງອົດສະຕາລີ.
ຈົດໝາຍໄດ້ເນັ້ນຫນັກຄວາມປາດຖະຫນາຢາກໃຫ້ ອົດສະຕາລີ ມີການຫນູນຊ່ວຍຢ່າງເໝາະສົມກ່ຽວກັບສຸຂະພາບ ແລະ ຈິດໃຈໃຫ້ແກ່ນັກສຶກສາສາກົນ ແລະ ຄວນມີຄວາມໄຫວພິບໃນບັນດາຂໍ້ກຳນົດທີ່ໄດ້ປະກາດໃຊ້ ອາດຈະປັບໃຫ້ເໝາະສົມກັບສະພາບການປະຈຸບັນ.
 (ແຫຼ່ງຄັດຈາກ VOV)


top