ຂ່າວສານ

ບັນດາເຂດປູຊະນີຍະສະຖານຢູ່ຮ່າໂນ້ຍ ໃນມື້ທຳອິດເປີດປະຕູຕ້ອນຮັບນັກທ່ອງທ່ຽວຄືນໃໝ່

      ພາຍຫຼັງທີ່ຢຸດຕິການຕ້ອນຮັບນັກທ່ອງທ່ຽວຍ້ອນໂລກລະບາດໂຄວິດ-19 ໂດຍຊົ່ວຄາວນັ້ນ, ບັນດາເຂດປູຊະນີຍະສະຖານຢູ່ຮ່າໂນ້ຍ ໄດ້ເປີດປະຕູຕ້ອນຮັບນັກທ່ອງທ່ຽວຄືນໃໝ່ໃນວັນທີ 14 ພຶດສະພາ.

ປະຕູທາງເຂົ້າ ວັນມ໊ຽວ - ກວ໊ກຕືຢ໊າມ.

ໃນມື້ທຳອິດທີ່ເປີດປະຕູຕ້ອນຮັບນັກທ່ອງທ່ຽວຄືນໃໝ່, ມີຈຳນວນນັກທ່ອງທ່ຽວທັງຢູ່ພາຍໃນ
ແລະ ຕ່າງປະເທດມາຢ້ຽມຢາມເຂດນີ້ບໍ່ຫຼາຍປານໃດ.


ຄະນະນັກທ່ອງທ່ຽວມາຢ້ຽມຢາມ ວັນມ໊ຽວ - ກວ໊ກຕືຢ໊າມ ໃນຕອນບ່າຍວັນທີ 14 ພຶດສະພາ.
      
ເບິ່ງລວມແລ້ວ, ບັນດານັກທ່ອງທ່ຽວເມື່ອມາຢ້ຽມຢາມລ້ວນແຕ່ໃຊ້ຜ້າອັດປາກ-ອັດດັງ,
ກໍຄືລ້າງມືກັນພະຍາດຢ່າງເຂັ້ມງວດກ່ອນທີ່ເຂົ້າໄປຢ້ຽມຊົມເຂດປູຊະນີຍະສະຖານ.

      ບັນດານັກທ່ອງທ່ຽວໄດ້ຢືນເປັນແຖວ, ຮັກສາໄລຍະຫ່າງເພື່ອຄວາມປອດໄພ.



ຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ວິຫານ ງອັກເຊີນ ໃນມື້ທຳອິດທີ່ເປີດປະຕູຕ້ອນຮັບນັກທ່ອງທ່ຽວຄືນໃໝ່ບໍ່ມີຫຼາຍພໍປານໃດ.



ໂດຍແມ່ນໜຶ່ງໃນບັນດາສະຖານທີ່ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ, ຄຸກ ຮວາລໍ່ ກໍ່ບໍ່ມີນັກທ່ອງທ່ຽວມາທ່ຽວຫຼາຍໃນມື້ທຳອິດທີ່ເປີດປະຕູຕ້ອນຮັບນັກທ່ອງທ່ຽວຄືນໃໝ່.


ຢູ່ວິຫານ ກວ໊ານແທັ໊ງ ແຂກທ່ອງທ່ຽວກໍ່ມາທ່ຽວໜ້ອຍ.

ວັດ ເຈິ໊ນກວ໊ກ, ກໍຢູ່ໃນສະພາບການດັ່ງກ່າວນັ້ນເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)
 

top