ຂ່າວສານ

ບັນດາຮ້ານຊັບພະສິນຄ້າຢູ່ ຫວຽດນາມ ປ່ຽນຈາກການນຳໃຊ້ຖົງຢາງມາໃຊ້ຜະລິດຕະພັນທຳມະຊາດ

      ຕໍ່ໜ້າການເຕືອນໄພກ່ຽວກັບບັນຫາຂີ້ເຫຍື້ອຖົງປຼາດສະຕິກພວມກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ບັນດາລະບົບຮ້ານຊັບພະສິນຄ້າໃຫຍ່ຢູ່ ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈກັນປ່ຽນແປງຄວາມຊິນເຄີຍນຳໃຊ້ຖົງປຼາດສະຕິກ.

(ພາບປະກອບ) 
      ຕາມນັ້ນແລ້ວ, ເລີ່ມຕົ້ນແຕ່ເດືອນ ເມສາ, ລະບົບຮ້ານຊັບພະສິນຄ້າຫລາຍແຫ່ງແຕ່ເໜືອຮອດໃຕ້ ຈະໄດ້ໃຊ້ໃບຕອງສົດມາຫໍ່ຜັກ ເພື່ອປ່ຽນແທນໃຫ້ຖົງປຼາດສະຕິກ. ນອກຈາກບັນດາຮ້ານຊັບພະສິນຄ້າໃຫຍ່ຄື: BigC ແລ້ວ, ລະບົບຮ້ານຊັບພະສິນຄ້າ Co.opmart, Lotte ກໍ່ພວມຜັນຂະຫຍາຍ ແລະ ທະວີຄູນເລື່ອງຫໍ່ພັກ, ໝາກໄມ້ດ້ວຍໃບຕອງສົດເທື່ອລະກ້າວ. ທ່ານ ເລກວັກທົງ, ຜູ້ອຳນວຍການຮ້ານຊັບພະສິນຄ້າ BigC ຫງວຽນທິເທິບ, ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
        ປັດຈຸບັນ, BigC ພວມສົ່ງເສີມໃຫ້ຜູ້ບໍລິໂພກອຸປະໂພກຈຳກັດການນຳໃຊ້ຖົງປຼາດສະຕິກ ເພື່ອໃສ່ສິນຄ້າ. ພວກເຮົາຈະສະໜອງແກັດເຈ້ຍ ເພື່ອໃຫ້ລູກຄ້າໃສ່ສິນຄ້າກັບເມືອເຮືອນຢ່າງສະດວກກ່ວາ.
 (ແຫຼ່ງຄັດຈາກ VOV)


top