ບັນດາຮູບພາບທີ່ສວຍງາມຫຼັງການເດີນທາງໄປປະຕິບັດງານ ຢູ່ຕ່າງປະເທດ

ນອກຈາກການເດີນທາງໄປປະຕິບັດງານຢູ່ພາຍໃນປະເທດ, ນັກຂ່າວຂອງຂ່າວສານຫວຽດນາມ ຍັງມີໂອກາດ ໄດ້ໄປ ເຮັດວຽກຢູ່ຕ່າງປະເທດ. ຢູ່ແຕ່ລະປະເທດທີ່ໄປຜ່ານນັ້ນ, ບັນດານັກຂ່າວກໍໄດ້ບັນທຶກໄວ້ມູມທຳມະຊາດທີ່ສວຍງາມ ກ່ຽວກັບປະເທດ, ຜູ້ຄົນ ແລະ ພື້ນຖານວັດທະນະທຳ ອັນເປັນເອກະລັກຂອງເຂົາເຈົ້າອີກດ້ວຍ.
ຮູບພາບຈຳນວນໜຶ່ງທີ່ໄດ້ລົງພິມໃນສາລະຄະດີຮູບພາບສະບັບນີ້ ໄດ້ແຕ່ງເປັນ​ເລື່ອງ​ລາວ “ເລື່ອງຕາມຮູບພາບ” ທີ່ເຕັມໄປດ້ວຍຄວາມຮູ້​ສຶກຂອງນັກຂ່າວ ຂ່າວພາບຫວຽດ ນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນ ສ້າງ​ຕັ້ງ ແລະ ອອກວາລະສານຂ່າວພາບຫວຽດນາມ ສະບັບທຳອິດ (15/10/1954-15/10/2015).

ແຕ່ລະມື້, ມີກຳປັ່ນຫຼາຍລຳ​ທີ່ສົ່ງນັກທ່ອງທ່ຽວ ຈາກເຂດ Manhattan
ໄປ​ຢ້ຽມ​ຊົມຮູບປັ້ນເທບທິດາ ເສລີພາບ ຢູ່ ອາເມລິກາ. ພາບ: ຫງວຽນຖັ໋ງ/VNP


ຮູບພາບຖະ​ຫນົນ​ຫລວງນະຄອນຫຼວງ Caracas ປະເທດ ເວເນຊູເອລາ.​ ພາບ: ຫງວຽນຖັ໋ງ

ງານບຸນແຕ່ງກາຍທີ່ນະຄອນ Zacatecas ປະເທດ ເມກຊິກ​ໂກ. ພາບ: ຫງວຽນຖັ໋ງ

ເຂດຖະໜົນ​ເມືອງເກົ່າທີ່ນະຄອນ Lahabana ປະເທດ ກູບາ.​ ພາບ: ຫງວຽນຖັ໋ງ

ໃນສວນສາທາລະນະແຫ່ງຊາດ Tanzania. ພາບ: ມິງກວກ

ຕົ້ນ ບາວບາບ(Bombacaceae),​ ສັນຍາລັກຂອງການ
ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ ຂອງທະວີບອາຟຣິກກາ. ພາບ: ມິງກວກ


ລົດໄຟທີ່ແລ່ນດ້ວຍອາຍນຳ້  Puffing Billy ກຳລັງ ເດີນທາງອອກຈາກສະຖານີລົດໄຟ Belgrave,
ນະຄອນ  Melbourne ປະເທດ ອົດສຕຣາລີ. ພາບ: ຈ້ອງຈິງ


ເຂດຫຼິ້ນຫິມະ Mt Buller, ນະຄອນ  Melbourne ປະ ເທດ ອົດສຕຣາລີ, ສະຖານທີ່ມີຫິມະຕົກຫຼາຍ
ເລີ່ມແຕ່ ທ້າຍເດືອນມິຖຸນາ ເຖິງຕົ້ນເດືອນຕຸລາ ໄດ້ດຶງດູດນັກ ທ່ອງທ່ຽວມາ
ທ່ຽວຊົມນັບເປັນຈຳນວນ ຫຼວງຫຼາຍ. ພາບ: ຈ້ອງຈິງ


ຄວາມສວຍສົດງົດງາມຂອງສາຍພູ Dandenong ທີ່ມີຄວາມສູງ 633 ແມັດ ຢູ່ນະຄອນ Melbourne
ປະເທດ ອົດສຕຣາລີ..​ ພາບ: ຈ້ອງຈິງ


ຝາມປູກໝາກ​ສ​ຕໍ​ໂບ​ລີຢູ່ເຂດຊານເມືອງນະຄອນ Melbourne ປະເທດ ອົດສຕຣາລີ. ພາບ: ຈ້ອງຈິງ

ລະບົບຄອງເໝືອງແລ່ນ​ຜ່ານໃຈກາງນະຄອນຫຼວງ Amsterdam, ທັງເຊື່ອມຕໍ່ຖະໜົນ
ແລະ ທັງເປັນເສັ້ນ​ທາງ ທ່ອງທ່ຽວທາງນຳ້ທີ່ມີຊື່ສຽງຂອງ ໂຮນລັງ. ພາບ: ຈ້ອງຈິງ


ຕາດ Niagara, ຕາດທີ່ຂະໜາດໃຫຍ່ທີສຸດຢູ່ຂົງເຂດ ອາເມລິກາເໜືອ, ຕັ້ງຢູ່​ເຂດຊາຍແດນ
ລະຫວ່າງອາເມລິກາ ແລະ ການາດາ. ພາບ: ແທງຮວ່າ


ເສົາຕວັກບິນໄຟຟ້າໃຊ້ພະລັງແຮງລົມ, ສັນຍະລັກຂອງ ປະເທດ ໂຮນລັງ ທີ່ໝູ່ບ້ານແຄມ
ນະຄອນຫຼວງ Amsterdam. ພາບ: ຈ້ອງຈິງ


ພົບ​ພໍ້ນັກເຕະບານຢູ່ນະຄອນຫຼວງ Amsterdam. ພາບ: ຈ້ອງຈິງ 

ບັນດາເສັ້ນທາງຢູ່ນະຄອນຫຼວງ Madrid ປະເທດ ແອສະປາຍ. ພາບ: ຫງວຽນຖັ໋ງ

ການທ່ອງທ່ຽວເທິງແມ່ນຳ້ Sein, ນະຄອນຫຼວງ Paris ປະເທດ ຝລັ່ງ. ພາບ: ຫງວຽນຖັ໋ງ

... ແລະ Venice, ນະຄອນຂອງຄອງເໝືອງ ຢູ່ ປະເທດ ອີຕາລີ. ພາບ: ຈ້ອງຈິງ

ສຸ​ລິແສງເທິງນະຄອນ Moskva  ປະເທດ ລັດເຊຍ.ພາບ: ຮວ່າງຮ່າ

ນາງສາວ Tarta ໃນງານບຸນມູນເຊື້ອ Sabantui ທີ່ປະເທດ ລັດເຊຍ. ພາບ: ເຈີ່ນວັນຮຽວ

ຕຸກກະຕາ Matryoska ທີ່ມີຊື່ສຽງຂອງ ລັດເຊຍ. ພາບ: ຫງວຽນຖັ໋ງ

Venice, ນະຄອນທ່ອງທ່ຽວທີ່ມີຊື່ສຽງຂອງ ອີຕາລີ. ພາບ: ຫງວຽນຖັ໋ງ

ເຂດຊຸມຊົນຢູ່ນະຄອນຫຼວງ Caracas ປະເທດ ເວເນຊູ ເອລາ.​ ພາບ: ຫງວຽນຖັ໋ງ


 
 

top