ຂ່າວສານ

ບັນດາອົງການຈັດຕັ້ງສາກົນຕີລາຄາຢ່າງຕັ້ງໜ້າກຽ່ວກັບເສດຖະກິດຂອງ ຫວຽດນາມ

HSBC ໃຫ້ຂໍ້ສັງເກດວ່າ ເສດຖະກິດຫວຽດນາມ ໄດ້ກັບຄືນສູ່ທ່າເປັນເຈົ້າການຍ້ອນການສົ່ງອອກ ແລະ ການດຶງດູດ FDI ເຕີມໂຕປົກກະຕິ.
  (ພາບປະກອບ)  

 ໃນບົດລາຍງານປະຈຳເດືອນ ມີນາ, ທະນາຄານໂລກ ຍັງຮັກສາຂໍ້ສັງເກດກ່ຽວກັບຄວາມປະເອີບໃຈ ນັ້ນແມ່ນພື້ນຖານເສດຖະກິດຫວຽດນາມ ສືບຕໍ່ສະແດງໃຫ້ເຫັນຄວາມເຂັ້ມແຂງ ແລະ ຟື້ນຟູ. ດັດຊະນີເສດຖະກິດ ຫລ້າສຸດທີ່ບົດລາຍງານສາກົນຍົກອອກສືບຕໍ່ສະແດງໃຫ້ເຫັນວ່າພື້ນຖານເສດຖະກິດກ້າວຂຶ້ນຢ່າງໝັ້ນຄົງ.       ເມື່ອບໍ່ດົນມານີ້, ກຸ່ມນັກຄົ້ນຄວ້າຂອງທະນາຄານ HSBC ຫວຽດນາມ ໄດ້ປະກາດບົດລາຍງານເສດຖະກິດຂອງເດືອນມີນາ ດ້ວຍຫົວຂໍ້ວ່າ “ເຄື່ອງຈັກເກົ່າ, ຄວາມແຮງໃໝ່”. ໃນນັ້ນ, HSBC ໃຫ້ຂໍ້ສັງເກດວ່າ ເສດຖະກິດຫວຽດນາມ ໄດ້ກັບຄືນສູ່ທ່າເປັນເຈົ້າການຍ້ອນການສົ່ງອອກ ແລະ ການດຶງດູດ FDI ເຕີມໂຕປົກກະຕິ.

ໃນຂະນະນັ້ນ, ອີງຕາມ Modern Dilomacy, ບັນດານັກລົງທຶນ ອາເມລິກາ ຕີລາຄາວ່າ ຫວຽດນາມ ເປັນໜຶ່ງໃນບັນດາດວງດາວທີ່ສະຫວ່າງສະໄຫວຢູ່ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍລະດັບເຕີບໂຕດີພໍສົມຄວນພາຍຫຼັງໂລກລະບາດ. ດ້ວຍຫົວຂໍ້ວ່າ “ເປັນຫຍັງ ຫວຽດນາມ ຍັງຄົງເປັນຈຸດຈັບໃຈ ຂອງນັກທຸລະກິດອາເມລິກາ?” ບົດຂຽນຂອງບໍລິສັດທີ່ປຶກສາການລົງທຶນ Dezan Shira & Associates ໃຫ້ຮູ້ວ່າ: “ບັນດາວິສາຫະກິດອາເມລິກາ ຖືຫວຽດນາມ ເປັນຕ່ອງໂສ້ທີ່ສຳຄັນໃນລະບົບສະໜອງທົ່ວໂລກ ແລະ ຫວັງວ່າບົດບາດນີ້ຈະນັບມື້ນັບໄດ້ຮັບການປັບປຸງຍິ່ງໆຂຶ້ນ”



top