ຂ່າວສານ

ບັນດາສະມາຊິກສະພາແຫ່ງຊາດເຊືີ່ອໝັ້ນຕໍ່ການເຕີບໂຕເສດຖະກິດທີ່ຈະບັນລຸ ແລະ ລື່ນກາຍແຜນການ

ຢູ່ນອກວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14 ຢູ່ ຮ່າໂນ້ຍ.

(ພາບປະກອບ)

ຕອນເຊົ້າວັນທີ 22 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະສຳເລັດແຜນການພັດທະນາເສດຖະກິດ - ສັງຄົມ 5 ປີ 2016 – 2020 ຄືມະຕິກອງປະຊຸມໃຫຍ່ຂອງພັກ ແລະ ມະຕິຂອງສະພາແຫ່ງຊາດທີ່ໄດ້ວາງອອກ. ທ່ານ ຫງວຽນ ງອັກ ເຟືອງ ສະມາຊິກສະພາແຫ່ງຊາດແຂວງ ກວາງບິງ ຖືວ່າ:

       ປີ 2018 ມີຫລາຍຈຸດຫັນປ່ຽນຕັ້ງໜ້າທີ່ສຸດ, ການພັດທະນາເສດຖະກິດສັງຄົມດ້ວຍບັນດາປັດໄຈສ້າງກຳລັງໜູນແກ່ການພັດທະນາ ນັ້ນແມ່ນຮັດແໜ້ນການໃຊ້ຈ່າຍການລົງທຶນສາທາລະນະລັດ ສ້າງເງື່ອນໄຂໃນວິວັດການພັດທະນາ. ທ່ານນາຍົກລັດຖະມົນຕີໄດ້ມີບັນດາມາດຕະການສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ. ວຽກງານພົວພັນຕ່າງປະເທດຫັນປ່ຽນຢ່າງຕັ້ງໜ້າ, ສະນັ້ນ ເປີດກ້ວາງການພົວພັນຄູ່ຮ່ວມມືເສດຖະກິດໃນວິວັດການຮ່ວມມືລົງທຶນ ກໍ່ຄືການຈຳໜ່າຍຜະລິດຕະພັນໃຫ້ປະຊາຊົນໄດ້ຮັບການເປີດ     ກ້ວາງ.

       ທ່ານ ຟ້າມ ວັນ ຮ່ວາ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງທ໊າບ ໄດ້ຕີລາຄາຄສູງການຊີ້ນຳບໍລິຫານຂອງລັດຖະບານ, ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ.

(ແຫຼ່ງຄັດຈາກ VOV)



top