ຂ່າວສານ

ບັນດາສະຖານທີ່ລະຫຼິ້ນທີ່ນະຄອນເກີນເທີ ໄດ້ດຶງດູດແຂກຄົນມາທ່ຽວຊົມຢ່າງຫຼວງຫຼາຍໃນຍາມບຸນເຕັດ

ວັນທີ 18 ກຸມພາ ກົງກັບວັນທີ 3 ບຸນເຕັດ, ຢູ່ບັນດາສະຖານທີ່ລະຫຼິ້ນທີ່ນະຄອນເກີນເທີ ໄດ້ດຶງດູດແຂກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດມາທ່ຽວຊົມຢ່າງຫຼວງຫຼາຍໃນຍາມບຸນເຕັດ

ການທ່ອງທ່ຽວບົນລຳແມ່ນ້ຳຢູ່ເກີນເທີ
ທ່ານ ເຈີນຫວຽດເຟືອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນເກີນເທີ ໃຫ້ຮູ້ວ່າ : ແຂກທ່ອງທ່ຽວມາທ່ຽວຊົມຢູ່ນະຄອນເກີນເທີໃນຕົ້ນປີໃໝ່ເປັນຈຳນວນຫຼວງຫຼາຍ. ນີ້ແມ່ນສັນຍານທີ່ດີເພື່ອໃຫ້ນະຄອນເກີນເທີບັນລຸຄາດໝາຍຕ້ອນຮັບແຂກທ່ອງທ່ຽວ 8 ລ້ານເທື່ອຄົນໃນປີ 2018, ບັນລຸຍອດລາຍຮັບຈາກການທ່ອງທ່ຽວແມ່ນປະມານ 3.500 ຕື້ດົງ. ທ່ານ ເຈີນຫວຽດເຟືອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນເກີນເທີ ໃຫ້ຮູ້ວ່າ : (ເທບ) : “ ພວກຂ້າພະເຈົ້າຈະສືບຕໍ່ຍົກລະດັບ 3 ຮູບແບບການທ່ອງທ່ຽວເຊັ່ນ: ການທ່ອງທ່ຽວທຳມະຊາດ ແມ່ນ້ຳລຳເຊ, ສວນຟາມ, ການທ່ອງທ່ຽວຕິດພັນກັບການຈັດກອງປະຊຸມ, ງານຕະຫຼາດນັດ ການວາງສະແດງ…ທີ່ 3 ແມ່ນປັບປຸງ, ຍົກລະດັບບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ. ລະດົມບັນດາແຫຼ່ງກຳລັງລົງທຶນເພື່ອກໍ່ສ້າງໂຄງປະກອບໂຄງລ່າງ, ພື້ນຖານການບໍລິການເພື່ອພັດທະນາການທ່ອງທ່ຽວ ”
(ແຫຼ່ງຄັດຈາກ VOV)

top