ຂ່າວສານ

ບັນດາສະຖານທີ່ທ່ອງທ່ຽວໃນທົ່ວປະເທດຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍໃນຊຸມວັນຕົ້ນປີໃໝ່

      ໃນເວລາ 4 ວັນແຕ່ວັນທີ 1 ຫາວັນທີ 4 ບຸນປີໃໝ່ປະຈຳຊາດ ປີຂານ 2022 ຂອງ ຫວຽດນາມ, ບັນດາສະຖານທີ່ທ່ອງທ່ຽວຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໄດ້ຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນເພີ່ມຂຶ້ນຫຼາຍ. ນີ້ແມ່ນສັນຍານທີ່ໜ້າປະເອີບໃຈ ເພື່ອຟື້ນຟູຂະແໜງທ່ອງທ່ຽວໃນປີ 2022, ພາຍຫຼັງໄລຍະຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.
ມົກເຈົາ, ເຊີນລາ (ພາບ: hanoimoi.com.vn)
      ເມືອງ ມົກເຈົາ (ເຊີນລາ) ໃນຊຸມວັນບຸນເຕັດ ມີແຂກທ່ອງທ່ຽວມາທ່ຽວຊົມເກືອບ 6.000 ເທື່ອຄົນ. ສະເພາະໃນວັນທີ 4 ບຸນເຕັດ, ຈຳນວນແຂກທ່ອງທ່ຽວມາໂມກເຈົາ ໄດ້ເພີ່ມຂຶ້ນຢ່າງແຮງ ດ້ວຍປະມານ 4.000 ຄົນ.
        ສ່ວນຢູ່ ໂຮ້ຍອານ, ໃນວັນທີ 1 ແລະ ທີ 2 ຂອງບຸນເຕັດປີນີ້, ຢູ່ຖະໜົນເກົ່າໂຮ້ຍອານ ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 5.000 ເທື່ອຄົນ. ສ່ວນວັນທີ 3  ແລະ ທີ 4 ແມ່ນເພີ່ມຂຶ້ນເກືອບ 10.000  ເທື່ອຄົນຕໍ່ວັນ. ນັບແຕ່ວັນທີ 4 ເດືອນຈຽງ ເປັນຕົ້ນໄປ, ໂຮ້ຍອານ ຈະຈັດຕັ້ງການເຄື່ອນໄຫວທ່ຽວຊົມ ແລະ ລາຍການທ່ອງທ່ຽວ “ມາທ່ຽວ ໂຮ້ຍອານ ໃນຍາມລະດູບານໃໝ່” ຢ່າງເປັນທາງການ, ຈະດຳເນີນໄປຮອດວັນທີ 16 ເດືອນຈຽງຈຶ່ງອັດລົງ.  ປ້າ ຫງວຽນທິເຈົາ, ຊາວນະຄອນ ໂຮ້ຍອານ ຢູ່ມີຄວາມປິຕິຊົມຊື່ນເມື່ອແຂກທ່ອງທ່ຽວກັບມາທ່ຽວ ໂຮ້ຍອານ ຢ່າງຄັບຄາໜາແໜ້ນຄືເກົ່າ.
        ບຸນປີໃໝ່ປີນີ້ມ່ວນຫຼາຍ, ແຂກມາທ່ຽວເປັນຈຳນວນຫຼາຍ, ເຂົາເຈົ້າມາ ໂຮ້ຍອານ ຢ່າງສະດວກສະບາຍ. ໂຮ້ຍອານ ໃນຊຸມວັນມື້ນີ້ກໍ່ຄຶກຄື້ນມ່ວນຊື່ນທີ່ສຸດ. ຂ້າພະເຈົ້າຫວັງວ່າ ໄລຍະຈະມາເຖິງ ໂຮ້ຍອານ ຈະພົ້ນເດັ່ນຂຶ້ນ, ຍາມໃດກໍສະຫງົບສຸກ ແລະ ມ່ວນຊື່ນ…”
        ບໍ່ພຽງແຕ່ເລີ່ມດຳເນີນບັນດາການເຄື່ອນໄຫວຕ້ອນຮັບແຂກທ່ອງທ່ຽວຢູ່ພາຍໃນປະເທດຢ່າງປອດໄພເທົ່ານັ້ນ, ນະຄອນ ໂຮ້ຍອານ ແລະ ແຂວງ ກວ໋າງນາມ ພວມສົ່ງເສີມກະກຽມບັນດາຜະລິດຕະພັນເພື່ອຮັບໃຊ້ແກ່ປີທ່ອງທ່ຽວແຫ່ງຊາດ 2022 ເຊິ່ງຈະໄຂຂຶ້ນໃນທ້າຍເດືອນ ມີນາ ຈະມາເຖິງນີ້ ອີກດ້ວຍ.
ສ່ວນຢູ່ ແຂວງ ແຄັງຮວ່າ, ນອກຈາກແຂກທ່ອງທ່ຽວຢູ່ພາຍໃນປະເທດແລ້ວ, ຂະແໜງທ່ອງທ່ຽວແຂວງ ຍັງສືບຕໍ່ປະຕິບັດການເຄື່ອນໄຫວຕ້ອນຮັບແຂກທ່ອງທ່ຽວສາກົນທີ່ມີ ໜັງສືຜ່ານແດນວັກຊິນເປັນຢ່າງດີ ແລະ ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວດ້ວຍທາງການບິນທົ່ວໄປ.
(ແຫຼ່ງຄັດຈາກ VOV)


top