ຂ່າວສານ

ບັນດາວິສາຫະກິດພ້ອມກັນຮ່ວມມືເພື່ອການພັດທະນາແບບຍືນຍົງ

      ຕອນເຊົ້າວັນທີ  9 ທັນວາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ສົມທົບກັບສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງ ຫວຽດນາມ ຈັດພິທີປະກາດບັນຊີລາຍຊື່ ວິສາຫະກິດຍືນຍົງຢູ່ ຫວຽດນາມ, ດ້ວຍຫົວຂໍ້ “ມຸ່ງໄປເຖິງທົດສະວັດພັດທະນາແບບຍືນຍົງ ແລະ ສວຍງາມກວ່າ: ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)
      ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ: ການພັດທະນາແບບຍືນຍົງໄດ້ກາຍເປັນທ່າອ່ຽງລວມ. ລັດຖະບານ ຫວຽດນາມ ໄດ້ສົມທົບ 17 ເປົ້າໝາຍພັດທະນາແບບຍືນຍົງ ເຂົ້າໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມ. ໄລ່ມາຮອດປັດຈຸບັນນີ້, ຫວຽດນາມ ໄດ້ປະຕິບັດສຳເລັດ 2 ເປົ້າໝາຍກ່ຽວກັບການສຶກສາ, ການບໍລິໂພກ ແລະ ການຜະລິດທີ່ມີຄວາມຮັບຜິດຊອບ, ສ່ວນບັນດາເປົ້າໝາຍທີ່ຍັງເຫຼືອ ກໍພວມຈັດຕັ້ງປະຕິບັດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ປາດຖະໜາວ່າ ບັນດາວິສາຫະກິດ ຈະສືບຕໍ່ພ້ອມກັນປະຕິບັດ, ມີການປ່ຽນແປງເຖິງວ່າໜ້ອຍກໍຕາມ ເພື່ອການພັດທະນາແບບຍືນຍົງ.
        ໃນໄລຍະເກີດໂລກລະບາດ, ມີວິສາຫະກິດຫຼາຍແຫ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການປ້ອງກັນ, ຕ້ານໂລກລະບາດຢູ່ ຫວຽດນາມ. ວິສາຫະກິດທີ່ເດີນຕາມທິດສະດີປັດຊະຍາພັດທະນາແບບຍືນຍົງກໍຄົງຕົວໄດ້ ສາມາດຊ່ວຍເຫຼືອວົງຄະນະຍາດ, ຊ່ວຍເຫຼືອຊາວຜູ້ອອກແຮງງານ. ໃນປະຊາຄົມວິສາຫະກິດ ຫວຽດນາມ, ໃນນັ້ນມີ 97% ແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ, ຕ້ອງພ້ອມກັນສ້າງປະຊາຄົມວິສາຫະກິດເພື່ອການພັດທະນາແບບຍືນຍົງ. ຕ້ອງຖືນີ້ ບໍ່ພຽງແຕ່ແມ່ນ “ເວທີ” ຂອງວິສາຫະກິດຂະໜາດໃຫຍ່ເທົ່ານັ້ນ ຫາກຍັງແມ່ນຂອງທຸກວິສາຫະກິດ ແລະ ຂອງທຸກຄົນ”.
        ໃນເວທີປາໄສຄັ້ງນີ້, ຄະນະຈັດຕັ້ງໄດ້ປະກາດ ກຸ່ມ 10 ວິສາຫະກິດຍືນຍົງຢູ່ ຫວຽດນາມ ແລະ ເຊີດຊູວິສາຫະກິດດີເດັ່ນໃນວຽກງານສ້າງຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຊຸກຍູ້ສິດທິເດັກຢູ່ບ່ອນເຮັດວຽກ.
(ແຫຼ່ງຄັດຈາກ VOV)

top