ຂ່າວສານ

ບັນດາວິສາຫະກິດ, ນັກລົງທຶນສ.ເກົາຫຼີ ຮ່ວມແຮງຮ່ວມໃຈພ້ອມກັບຫວຽດນາມ ສ້າງກອງທຶນວັກຊິນກັນໂຄວິດ-19

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບປະທານສະພາຊາວ ເກົາຫຼີ ປະຈຳ ຫວຽດນາມ Yoon Sang Hoo ແລະ ກຸ່ມບໍລິສັດໃຫຍ່ ສ.ເກົາຫຼີ ຈຳນວນໜຶ່ງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ທີ່ການພົບປະ. (ພາບ: TTXVN)

ຕອນບ່າຍວັນທີ 15 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບປະທານສະພາຊາວ ເກົາຫຼີ ປະຈຳ ຫວຽດນາມ Yoon Sang Hoo ແລະ ກຸ່ມບໍລິສັດໃຫຍ່ ສ.ເກົາຫຼີ ຈຳນວນໜຶ່ງ.

        ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກຮ່ວມມືໃນການຜະລິດວັກຊິນກັນໂຄວິດ-19 ກັບ ສ.ເກົາຫຼີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ເລື່ອງ ສ.ເກົາຫຼີ ໜູນຊ່ວຍ ຫວຽດນາມ ກໍ່ແມ່ນໜູນຊ່ວຍບັນດາວິສາຫະກິດ ສ.ເກົາຫຼີ ຢູ່ຫວຽດນາມ ຮັກສາການຜະລິດ, ດຳເນີນທຸລະກິດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ, ບັນດາວິສາຫະກິດ, ນັກລົງທຶນ ສ.ເກົາຫຼີ ຈະຮ່ວມແຮງຮ່ວມໃຈພ້ອມກັບ ຫວຽດນາມ ສ້າງກອງທຶນວັກຊິນກັນໂຄວິດ-19 ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ.

        ໂດຍຕາງໜ້າຄະນະ, ທ່ານເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳ ຫວຽດນາມ Park Noh Wan ຖືວ່າ, ສ.ເກົາຫຼີ ແລະ ຫວຽດນາມ ລ້ວນແຕ່ໄດ້ຮັບການຕີລາຄາວ່າແມ່ນປະເທດແບບຢ່າງໃນການປ້ອງກັນ, ຕ້ານໂລກລະບາດ. ພາຍຫຼັງທີ່ ຫວຽດນາມ ສ້າງຕັ້ງກອງທຶນວັກຊິນກັນໂຄວິດ-19, ບັນດາວິສາຫະກິດສ.ເກົາຫຼີ ໄດ້ສະໜັບສະໜູນກອງທຶນດັ່ງກ່າວ, ປະກອບສ່ວນຊ່ວຍໃຫ້ຫວຽດນາມ ປະຕິບັດສຳເລັດເປົ້າໝາຍທັງປ້ອງກັນ ຕ້ານໂລກລະບາດ, ທັງພັດທະນາເສດຖະກິດສັງຄົມ. ທ່ານ Park Noh Wan ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະຕັ້ງໜ້າໜູນຊ່ວຍ ສ.ເກົາຫຼີ ອະນຸຍາດໃຫ້ນັກຊ່ຽວຊານເຂົ້າເມືອງ; 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນການຊື້ ຫຼື ຜະລິດວັກຊິນກັນໂຄວິດ-19 ໃຫ້ບັນລຸປະສິດທິຜົນສູງສຸດ.

(ແຫຼ່ງຄັດຈາກ VOV)


top