ຂ່າວສານ

ບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມສືບຕໍ່ຊຸກຍູ້ສັນຍາ TPP

      ວັນທີ 21/5, ບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີຂອງບັນດາພື້ນຖານເສດຖະກິດ ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ນິວຊີແລນ, ມາເລເຊຍ, ເປຣູ, ສິງຄະໂປ ແລະ ຫວຽດນາມ.

ບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມສືບຕໍ່ຊຸກຍູ້ສັນຍາTPP (ພາບ: ເລຫຽວ)
      ໄດ້ມີການປະຊຸມຢູ່ນອກກອງປະຊຸມລັດຖະມົນຕີຮັບຜິດຊອບດ້ານການຄ້າ (MRT) ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ຮ່າໂນ້ຍ. ທີ່ກອງປະຊຸມ, ບັນດາຜູ້ແທນຢືນຢັນຄືນຜົນງານສົມດຸນ ແລະ ຄວາມສຳຄັນດ້ານເສດຖະກິດ ແລະ ຍຸດທະສາດຂອງສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP); ພ້ອມທັງເນັ້ນໜັກເຖິງບັນດາຫຼັກການ ແລະ ມາດຕະການສູງຂອງສັນຍານີ້ ແມ່ນວິທີເພື່ອຊຸກຍູ້ການເຊື່ອມໂຍງເສດຖະກິດໃນພາກພື້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການເຕີບໂຕເສດຖະກິດຂອງບັນດາປະເທດສະມາຊິກ, ສ້າງວຽກເຮັດງານທຳຕື່ມອີກໃຫ້ແກ່ຜູ້ອອກແຮງງານ, ບັນດາຄອບຄົວ, ຊາວກະສິກອນ, ວິສາຫະກິດ ແລະ ຜູ້ບໍລິໂພກ, ອຸປະໂພກ. ບັນດາຜູ້ແທນກໍ່ເຫັນດີຈຳເປັນຕ້ອງຫັນບັນດາຜົນປະໂຫຍດຂອງສັນຍາ TPP ໃຫ້ປະກົດຜົນເປັນຈິງ. ບັນດາຜູ້ແທນກໍ່ເນັ້ນໜັກເຖິງຄວາມສາມາດເປີດກວ້າງ TPP ໃຫ້ບັນດາພື້ນຖານເສດຖະກິດອື່ນໆທີ່ເຂົ້າຮ່ວມ, ຖ້າຫາກເຂົາເຈົ້າເຫັນດີຕໍ່ບັນດາມາດຕະຖານສູງຂອງສັນຍາ. ບັນດາຄວາມມານະພະຍາຍາມນີ້ຈະແກ້ໄຂຄວາມສົນໃຈຕ່າງໆ ກ່ຽວກັບລັດທິອະລັກຂາ, ຮັກສາການເປີດກວ້າງຕະຫຼາດ, ປັບປຸງລະບົບການຄ້າສາກົນອີງຕາມຫຼັກການລວມ, ຊຸກຍູ້ການຄ້າທົ່ວໂລກ ແລະ ຍົກສູງຄຸນນະພາບການດຳລົງຊີວິດ.
(ແຫຼ່ງຄັດຈາກ VOV)

top