ຂ່າວສານ

ບັນດາລັດຖະມົນຕີການຕ່າງປະເທດອາຊຽນພົບປະກັບຜູ້ຕາງໜ້າຄະນະກຳມະການລັດຖະບານອາຊຽນກ່ຽວກັບສິດທິມະນຸດ

ບັນດາລັດຖະມົນຕີໄດ້ຮັບຟັງບົດລາຍງານຂອງຜູ້ຕາງໜ້າ AICHR ກ່ຽວກັບສະພາບການ ແລະ ໝາກຜົນການເຄື່ອນໄຫວຂອງ AICHR ໃນໄລຍະຜ່ານມາ, ປະກອບຄຳເຫັນຊີ້ນຳການກຳນົດທິດການເຄື່ອນໄຫວຂອງ AICHR ໃນໄລຍະຈະມາເຖິງ.


ບັນດາລັດຖະມົນຕີການຕ່າງປະເທດອາຊຽນພົບປະກັບຜູ້ຕາງໜ້າຄະນະກຳມະການລັດຖະບານອາຊຽນ

ກ່ຽວກັບສິດທິມະນຸດ

(ພາບ: TTXVN)


ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM - 52) ຢູ່ບາງກອກ, ປະເທດໄທ. ຕອນບ່າຍວັນທີ 30 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດອາຊຽນ ພົບປະກັບຜູ້ຕາງໜ້າຄະນະກຳມະການລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR). ບັນດາລັດຖະມົນຕີໄດ້ຮັບຟັງບົດລາຍງານຂອງຜູ້ຕາງໜ້າ AICHR ກ່ຽວກັບສະພາບການ ແລະ ໝາກຜົນການເຄື່ອນໄຫວຂອງ AICHR ໃນໄລຍະຜ່ານມາ, ປະກອບຄຳເຫັນຊີ້ນຳການກຳນົດທິດການເຄື່ອນໄຫວຂອງ AICHR ໃນໄລຍະຈະມາເຖິງ…

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ສະເໝີໃຫ້ອາຊຽນ ສຸມໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຄວາມໝັ້ນຄົງ, ຄວາມປອດໄພນິວເຄຼຍຢູ່ພາກພື້ນ, ເພີ່ມທະວີການສົມທົບກັນລະຫວ່າງບັນດາອົງການສະເພາະກິດກ່ຽວກັບພະລັງງານປະລະມານູ… ພ້ອມກັນນັ້ນ, ອາຊຽນ ຄວນສືບຕໍ່ຍົກສູງບົດບາດ ແລະ ການປະກອບສ່ວນຂອງ SEANWFZ ເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການຕ້ານການແຜ່ ແລະ ຫຼຸດຜ່ອນອາວຸດນິວເຄຼຍ ແລະ ບັນດາອາວຸດລ້າງຜານ.

        ໃນບັນດາເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ ໄດ້ມີການພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດອິນເດຍ Vijay Thakur Sing.

(ແຫຼ່ງຄັດຈາກ VOV)


top