ຂ່າວສານ

ບັນດາລະດູບານໃໝ່ທີ່ມີພັກນຳພາ

      ເມື່ອລະດູບານໃໝ່ວຽນມາ, ໃນທ່າມກາງບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງເບີກບານມ່ວນຊື່ນ, ປະຊາຊົນ ຫວຽດນາມ ກໍມີຄວາມປິຕິຍິນດີຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ລະດູບານໃໝ່ປີຂານ 2022 ແມ່ນລະດູບານໃໝ່ທີ 92 ຂອງພັກ. ພັກນຳພາປະຊາຊົນລຸກຮື້ຂຶ້ນຕ້ານສັດຕູຜູ້ຮຸກຮານຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດ, ສ້າງສາ ແລະ ພັດທະນາປະເທດຊາດ, ນຳເອົາຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກມາໃຫ້ທົ່ວປວງຊົນ.
(ພາບປະກອບ: dangcongsan.vn)
      ລະດູບານໃໝ່ເປັນສັນຍາລັກແຫ່ງພະລັງຊີວິດ, ຄວາມໜຸ່ມແໜ້ນ ແລະ ສິ່ງທີ່ດີງາມທີ່ສຸດ. ພັກກອມມູນິດ ຫວຽດນາມ ໂດຍປະທານ ໂຮ່ຈີມິນ ສ້າງຕັ້ງ, ນຳພາ ແລະ ຫຼໍ່ຫຼອມໃຫ້ກຳເນີດມາກົງກັບຊຸມວັນທຳອິດຂອງລະດູບານໃໝ່. ກ່ອນນີ້ 92 ປີ, ວັນທີ 3 ກຸມພາ 1930, ຊາດ ຫວຽດນາມ ໄດ້ສ້າງຂີດໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມ ດ້ວຍການກຳເນີດພັກກອມມູນິດ ຫວຽດນາມ.
      ຜົນສຳເລັດຂອງການປະຕິວັດເດືອນສິງຫາ ປີ 1945 ແມ່ນໜຶ່ງໃນບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດທີ່ສຸດໃນປະຫວັດສາດຂອງຊາດ ຫວຽດນາມ, ແມ່ນບາດລ້ຽວໃຫ່ຍນຳ ຊາດຫວຽດນາມ ກ້າວເຂົ້າສູ່ໜ້າສັງກາດໃໝ່ - ສັງກາດເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ. ໃນລະດູບານໃໝ່ປີຈໍ 1946 - ເຊິ່ງເປັນລະດູບານໃໝ່ທີ່ຊາດ ຫວຽດນາມມີເອກະລາດເປັນເທື່ອທຳອິດ, ປະທານ ໂຮ່ຈີມິນໄດ້ຂຽນຂ່າວມີຫົວຂໍ້ວ່າ “ບຸນເຕັດ” ລົງພິມໃນໜັງສືພິມ ກວກວັກ (ອົງການໂຄສະນາເຜີຍແຜ່ການຕໍ່ສູ້ຂອງກົມໃຫຍ່ຫວຽດມິງ) ສະບັບອອກວັນທີ 21 ມັງກອນ 1946.
ຜົນສຳເລັດຂອງການປະຕິວັດເດືອນສິງຫາ ປີ 1945 ແມ່ນໜຶ່ງໃນບັນດາໜ້າປະຫວັດສາດ
ທີ່ສະຫງ່າອົງອາດທີ່ສຸດໃນປະຫວັດສາດຂອງຊາດ ຫວຽດນາມ (ພາບເອກະສານ)
      ນັບແຕ່ລະດູບານໃໝ່ໃນປີນັ້ນເປັນຕົ້ນມາ, ລະດູບານໃໝ່ກໍ່ຕໍ່ໃສ່ປີນີ້ ແລະ ປີໜ້າຕໍ່ໆໄປ. ພິເສດແມ່ນຖືກມື້ດຽວກັນແຕ່ກໍມີຄວາມໝາຍທີ່ສຸດ, ບັນດາຂີດໝາຍໃນເສັ້ນທາງປະຕິວັດຂອງ ຫວຽດນາມ ສ່ວນຫຼາຍແມ່ນໃນລະດູບານໃໝ່. ບັ້ນຮົບ ດ້ຽນບຽນຝູ ກໍເລີ່ມໃນລະດູບານໃໝ່ປີ 1954, ແມ່ນກຳລັງແຮງເພື່ອບຸກໂຈມຕີດັບສູນຄັ້ງໃຫຍ່ສຸດ, ພົ້ນເດັ່ນທີ່ສຸດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ຕ້ານ ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ແມ່ນຄວາມຕັດສິນໃຈດັບສູນເຈດຈຳນົງຮຸກຮານຂອງພວກລ່າເມືອງຂຶ້ນຝລັ່ງ. ການບຸກໂຈມຕີ ແລະ ການລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1975, ຈຸດສູງສຸດຂອງບັ້ນຮົບ ໂຮ່ຈີມິນປະຫວັດສາດປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບໂດຍສົມບູນ.
      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງຕ່າງໆຂອງພັກກອມມູນິດ ຫວຽນາມ ກໍໄດ້ຈັດຂຶ້ນໃນລະດູບານໃໝ່. ພາຍຫຼັງກອງປະຊຸມໃຫຍ່ແຕ່ລະສະໄໝ, ພັກ ລ້ວນແຕ່ວາງອອກລັດຖະນະໂຍບາຍສຳຄັນ, ນຳລະດູບານໃໝ່ທີ່ມີຄວາມຜາສຸກມາໃຫ້ປະເທດຊາດ.
            92 ລະດູບານໃໝ່ທີ່ມີພັກນຳພາ, ຫວຽດນາມ ຈາກປະເທດທຸກຍາກ, ຫຼ້າຫຼັງ, ເປັນຫົວເມືອງຂຶ້ນ ໄດ້ບືນຕົວຂຶ້ນກາຍເປັນປະເທດພວມພັດທະນາ, ມີລາຍຮັບປານກາງ, ຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດຊາດ ນັບມື້ນັບໄດ້ຍົກສູງຂຶ້ນໃນເວທີສາກົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:
      ໃນໄລຍະ 90 ກວ່າປີຜ່ານມາ, ພັກກອມມູນິດ ຫວຽດນາມ ໄດ້ສ້າງຕັ້ງ, ປັບປຸງ ແລະ ນັບມື້ນັບຍົກສູງບາດບາດນຳພາ, ກຳລັງແຮງ ແລະ ອິດທິພົນຊື່ສຽງຂອງພັກ ດ້ວຍຄຸນນະທາດ, ມານະຈິດ ແລະ ສະຕິປັນຍາ; ດ້ວຍທິດທາງອັນຖືກຕ້ອງ ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ ແລະ ປະເທດຊາດ. ນັບແຕ່ເມື່ອມີພັກ, ປະຊາຊົນໄດ້ມີຜູ້ນຳພາທີ່ຖືກຕ້ອງ, ສະຫຼາດສ່ອງໃສ ແລະ ຍ້ອນເຫດນັ້ນ ພວກເຮົາຈຶ່ງຍາດໄດ້ໄຊຊະນີ້ຕໍ່ໃສ່ໄຊຊະນະໃໝ່. ໃນສະໄໝປະເທດຊາດປ່ຽນແປງໃໝ່, ພັກໄດ້ນຳພາປະຊາຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ. ບໍ່ມີເວລາໃດທີ່ ປະເທດ ຫວຽດນາມ ມີພາລະກິດທີ່ໃຫຍ່ຫຼວງ, ມີກຳລັງຄວາມສາມາດບົ່ມຊ້ອນ, ມີຖານະບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງໃນເວທີສາກົນຄືໃນວັນນີ້”.
      ປີ 2022, ປະເທດຊາດຢຶນຢູ່ຕໍ່ໜ້າກາລະໂອກາດ, ຄວາມສະດວກ ແລະ ສິ່ງທ້າທາຍຈຳນວນບໍ່ໜ້ອຍ, ເຊິ່ງຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກແຕ່ລະຄົນ ຕ້ອງຍົກສູງຄວາມຮັບຜິດຊອບ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ. ທ່ານ ເຈິ່ນກວາງຮຸຍ, ເລຂາໜ່ວຍພັກ, ຫົວໜ້າແນວໂຮມ ບ້ານ ອານຮ່ຽນ, ຕາແສງ ຮວ່າງຢ້ຽວ, ເມືອງ ເຈືອງໝີ້, ຮ່າໂນ້ຍ ຖືວ່າ:
      ສິ່ງທີ່ແທດຈິງທີ່ສຸດ ແມ່ນຕ້ອງເຮັດແນວໃດ ເພື່ອຫັນມະຕິຂອງພັກໃຫ້ກາຍເປັນການກະທຳຂອງປະຊາຊົນໃຫ້ໄດ້ຮັບໝາກຜົນ. ສິ່ງສຳຄັນທີ່ສຸດແມ່ນການເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ. ສະມາຊິກພັກແຕ່ລະຄົນເວົ້າແລ້ວຕ້ອງກະທຳ. ພະນັກງານ, ສະມາຊິກພັກແຕ່ລະຄົນຕ້ອງໂຄສະນາຂົນຂວາຍປະຊາຊົນ ແລະ ເປັນແບບຢ່າງໃຫ້ມະຫາຊົນປະຕິບັດຕາມ ເວລານັ້ນ ວຽກງານທຸກຢ່າງຈຶ່ງບັນລຸຜົນສຳເລັດໄດ້”.
      ລະດູບານໃໝ່ໄດ້ວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນທຸກເຂດພາກຂອງປະເທດຊາດ. ພໍ່ແມ່ປະຊາຊົນໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ພວມຕ້ອນຮັບລະດູບານໃໝ່ດ້ວຍຄວາມເບີກບານມ່ວນຊື່ນ ແລະ ດ້ວຍຄວາມເຊື່ອໝັ້ນໃໝ່. ຄວາມເຊື່ອໝັ້ນນັ້ນ ໄດ້ຮັບການປັບປຸງໃນທຸກຂົງເຂດຂອງປະເທດຊາດ. ໃນບັນຍາກາດທີ່ເບີກບານມ່ວນຊື່ນ, ຊົມເຊີຍພັກ, ຕ້ອນຮັບລະດູບານໃໝ່, ປະຊາຊົນ ຫວຽດນາມ ກ້າວເຂົ້າສູ່ປີໃໝ່ດ້ວຍຈິດໃຈໃໝ່, ບັນຍາກາດໃໝ່ ແລະ ໝັ້ນໝາຍວ່າຈະບັນລຸຜົນສຳເລັດອັນໃໝ່. ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ໄດ້ຮ່ວມແຮງຮ່ວມໃຈ ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ຢ່າງມີໄຊ, ນຳປະເທດຊາດພັດທະນາຍິ່ງໆຂຶ້ນ./.
(ແຫຼ່ງຄັດຈາກ VOV)


top