ຂ່າວສານ

ບັນດາມາດຕາ ພິຈາລະນາໂທດທ່ານປະທານາທິບໍດີ Donald Trump ຈະໄດ້ຍື່ນສະເໜີຕໍ່ ສະພາສູງ ອາເມລິກາ ໃນອາທິດຈະມາເຖິງ

      ວັນທີ 10 ມັງກອນ, ທ່ານນາງ Nancy Pelosy ປະທານສະພາຕ່ຳອາເມລິກາ ໃຫ້ຮູ້ວ່າ: ທ່ານນາງອາດຈະຍື່ນສະເໜີບັນດາມາດຕາພິຈາລະນາໂທດຂອງທ່ານປະທານາທິບໍດີ Donald Trump ຕໍ່ສະພາສູງ ໃນອາທິດໜ້າ. 

ປະທານາທິບໍດີອາເມລິກາ Donald Trump  ແລະ ທ່ານນາງ Nancy Pelosy ປະທານສະພາຕ່ຳອາເມລິກາ (ພາບ: AFP/TTXVN)
      ທ່ານນາງ Pelosy ໃຫ້ຮູ້ຕື່ມອີກວ່າ ທ່ານນາງໄດ້ຮຽກຮ້ອງ ໃຫ້ປະທານກຳມາທິການດ້ານຕຸລາການຂອງສະພາຕ່ຳກະກຽມມະຕິສະບັບໜຶ່ງວ່າດ້ວຍການກຳນົດຜູ້ທີ່ສະເໜີບັນດາມາດຕານີ້ຢູ່ສະພາສູງ. ຖ້າຫາກວ່າໄດ້ ຍື່ນຕໍ່ສະພາສູງ, ອົງການນີ້ຈະຈັດຕັ້ງ ການພິພາກສາສຳລັບປະທານາທິບໍດີ ແລະ ມີຄວາມເປັນໄປໄດ້ສູງວ່າ ທ່ານ Donald Trump ຈະໄດ້ຮັບການ ຍົກເວັ້ນໂທດ ຍ້ອນວ່າ ປັດຈຸບັນ ສະພາສູງຍັງຢູ່ພາຍໃຕ້ສິດຄວບຄຸມຂອງ ພັກສາທາລະນະລັດ.
 (ແຫຼ່ງຄັດຈາກ VOV)


top