ຂ່າວສານ

ບັນດາພື້ນຖານເສດຖະກິດ APEC ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ

21 ພື້ນຖານເສດຖະກິດສະມາຊິກຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ສະແດງການສະໜັບສະໜູນຢ່າງແຮງ ສຳລັບການຄ້າເສລີໃນສະພາບການພື້ນຖານເສດຖະກິດໂລກ ພວມຖືກຜັນແປຫລາຍຢ່າງ ຍ້ອນສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຍັງບໍ່ທັນສິ້ນສຸດລົງເທື່ອ. 

ບັນດາພື້ນຖານເສດຖະກິດ APEC ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ  (ພາບ: AFP/TTXVN)
ຖະແຫຼງການຮ່ວມພາຍຫລັງກອງປະຊຸມລັດຖະມົນຕີກະຊວງການຄ້າ APEC ຫາກໍ່ສິ້ນສຸດລົງຢູ່ນະຄອນ Vina del Mar ຂອງ ຈີເລ ໃຫ້ຮູ້ວ່າ: ບັນດາພື້ນຖານເສດຖະກິດ APEC ຢືນຢັນຄວາມສຳຄັນຂອງບັນດາຫຼັກການໂປ່ງໃສ, ບໍ່ຈຳແນກການປະພຶດ ເຊິ່ງໄດ້ຕົກລົງເຫັນດີຢູ່ອົງການການຄ້າໂລກ (WTO). ເອກະສານຂອງ APEC ກໍ່ຖືວ່າ: ບັນດາພື້ນຖານເສດຖະກິດສະມາຊິກ ຄວນຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວ, ກໍ່ຄືຊຸກຍູ້ການເຂົ້າຮ່ວມຢ່າງເປີດອົກເປີດໃຈ ແລະ ມີລັກສະນະສ້າງສາຂອງປະຊາຄົມວິສາຫະກິດ ເພື່ອໃຫ້ກຸ່ມນີ້ ສາມາດສືບຕໍ່ໜູນຊ່ວຍໃຫ້ແກ່ລະບົບການຄ້າຫລາຍຝ່າຍ.
(ແຫຼ່ງຄັດຈາກ VOV)

top