ຂ່າວສານ

ບັນດາປະເທດເຈລະຈາ TPP ມຸ່ງໄປເຖິງຂໍ້ຕົກລົງໃໝ່

      ວັນທີ 22 ກັນຍາ, ທ່ານ Kazuyoshi Umemoto, ຫົວໜ້າຄະນະເຈລະຈາສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ຂອງ ຍີ່ປຸ່ນ ໄດ້ປະກາດວ່າ ບັນດາປະເທດເຂົ້າຮ່ວມການເຈລະຈາ TPP ມີຄວາມຄືບໜ້າມຸ່ງໄປເຖິງຂໍ້ຕົກລົງການຄ້າເສລີໃໝ່ໃນເດືອນພະຈິກຈະມາເຖິງ, ພາຍຫຼັງທີ່ ອາເມລິກາ ຕັດສິນໃຈຖອນອອກຈາກສັນຍາໃນຕົ້ນປີນີ້. 
     
ທ່ານ Kazuyoshi Umemoto (່ພາບ:  Kyodo/TTXVN)
      ກ່າວຄຳເຫັນຕໍ່ວົງການນັກຂ່າວ, ພາຍຫຼັງສິ້ນສຸດການເຈລະຈາເປັນເວລາ 2 ວັນຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ, ທ່ານ Kazuyoshi Umemoto ໃຫ້ຮູ້ວ່າ: ບັນດາປະເທດບັນລຸໄດ້ບາດກ້າວມີຄວາມໝາຍ ແລະ ພວມມຸ່ງໄປເຖິງຄາດໝາຍປະຕິບັດຂໍ້ຕົກລົງໃນຈຸດເວລາດີທີ່ສຸດ. ຫົວໜ້າຄະນະເຈລະຈາຂອງ 11 ປະເທດສະມາຊິກ TPP ເຫັນດີ ຈະພົບປະກັນຢູ່ທີ່ນີ້ຄືນໃໝ່ໃນເດືອນໜ້າ.
        ທີ່ຮອບເຈລະຈາຄັ້ງນີ້, ບັນດາຝ່າຍໄດ້ວາງຄາດໝາຍເຊັນຂໍ້ຕົກລົງການຄ້າໃຫມ່ທີ່ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ຈະຈັດຕັ້ງຢູ່ ຫວຽດນາມ ໃນເດືອນ ພະຈິກ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 

top