ຂ່າວສານ

ບັນດາປະເທດ ອາຊຽນ+3 ຄວນເປີດກ້ວາງປະຕູຊາຍແດນໂດຍໄວສ້າງເງື່ອນໄຂໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ຮ່ວມສຳພັນເສດຖະກິດພາກພື້ນໂດຍໄວ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຕີລາຄາສູງບັນດາຜົນງານແຫ່ງການຮ່ວມມື ອາຊຽນ+3 ໃນຕະຫຼອດ 25 ປີຜ່ານມາ, ພ້ອມທັງສະເໜີໃຫ້ບັນດາປະເທດ ອາຊຽນ+3 ຮີບເຮັ່ງຜັນຂະຫຍາຍແຜນການປະຕິບັດການຮ່ວມມື ອາຊຽນ+3 ໄລຍະ 2018 – 2022 ໃຫ້ສຳເລັດ
  ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຂອງ ຫວຽດນາມ (ພາບ: hanoitv.vn)  

 ວັນທີ 8 ມິຖຸນາ 2022 ໄດ້ຈັດກອງປະຊຸມທາງໄກບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ+3 ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຂອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຕີລາຄາສູງບັນດາຜົນງານແຫ່ງການຮ່ວມມື ອາຊຽນ+3 ໃນຕະຫຼອດ 25 ປີຜ່ານມາ, ພ້ອມທັງສະເໜີໃຫ້ບັນດາປະເທດ ອາຊຽນ+3 ຮີບເຮັ່ງຜັນຂະຫຍາຍແຜນການປະຕິບັດການຮ່ວມມື ອາຊຽນ+3 ໄລຍະ 2018 – 2022 ໃຫ້ສຳເລັດ ແລະ ຮັບຮອງເອົາແຜນການປະຕິບັດງານໄລຍະ 2023 – 2027 ໂດຍໄວ, ບົນພື້ນຖານສືບທອດບັນດາຜົນງານແຫ່ງການຮ່ວມມືທີ່ບັນລຸໄດ້ນັ້ນ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງການຮ່ວມມືໃນໄລຍະພັດທະນາໃໝ່; ສົ່ງເສີມບັນດາຄູ່ຮ່ວມມືຈີນ, ຍີ່ປຸ່ນ, ສ. ເກົາຫຼີ ຍູ້ແຮງການຮ່ວມມືກັບ ອາຊຽນ ໃນບັນດາຂົງເຂດໃຫ້ບຸລິມະສິດ,  ເໝາະສົມສອດຄ່ອງກັບເປົ້າໝາຍ ແລະ ຫຼັກການທັດສະນະຂອງ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP); ສະເໜີບັນດາປະເທດຕ້ອງເປີດປະຕູຊາຍແດນໂດຍໄວ, ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວດ້ານຮ່ວມມືດ້ານເສດຖະກິດ, ແລກປ່ຽນການຄ້າ ແລະ ຮ່ວມສຳພັນເສດຖະກິດພາກພື້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ສະເໜີໃຫ້ບັນດາຄູ່ຮ່ວມມືຂັ້ນສູງ ອາຊີຕາເວັນອອກ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກັບ ອາຊຽນ ໃນການຮັບມືກັບພະຍາດໂຄວິດ - 19 ແລະ ຊຸກຍູ້ການຟື້ນຟູກໍ່ຄືໜູນຊ່ວຍການຮັດແຄບຊ່ອງຫວ່າງໃນການພັດທະນາ ແລະ ພັດທະນາອະນຸພາກພື້ນ, ໃນນັ້ນມີອະນຸພາກພື້ນ ແມ່ນ້ຳຂອງ, ຮັບປະກັນການພັດທະນາຢ່າງສະໝ່ຳສະເໝີ, ຍືນຍົງຢູ່ພາກພື້ນ.

ໃນສະພາບຫຍຸ້ງຍາກຄືໃນປັດຈຸບັນ, ຄວນເສີມຂະຫຍາຍບົດບາດຍຸດທະສາດຂອງກອງປະຊຸມ ຂັ້ນສູງ ອາຊີຕາເວັນອອກກ່ວາອີກ, ຊຸກຍູ້ການໂອ້ລົມສົນທະນາ, ການຮ່ວມມື, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ເຂົ້າໃຈເຊິ່ງກັນແລະກັນ, ຄວາມສະເໝີພາບ, ການເຄົາລົບນັບຖືກັນ, ຄວບຄຸມຄວາມບໍ່ລົງລອຍກັນ ແລະ ຫຼຸດຜ່ອນຄວາມແຕກຕ່າງກັນ, ນຳການພົວພັນລະຫວ່າງບັນດາປະເທດໃຫຍ່ເຂົ້າສູ່ສະຖຽນລະພາບ, ບໍ່ສົ່ງຜົນສະທ້ອນຕໍ່ເປົ້າໝາຍ ແລະ ຄວາມມານະພະຍາຍາມພັດທະນາລວມຂອງ ພາກພື້ນ, ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ ແລະ ໂລກ.

ທ່ານເອກອັກຄະລັດຖະທູດ ຢັ້ງຢືນຄືນໃໝ່ຫຼັກໝັ້ນ, ຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ຊຸກຍູ້ການໂອ້ລົມສົນທະນາ, ການຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຍົກສູງກົດໝາຍສາກົນ, ອົດກັ້ນ, ບໍ່ຫັນເປັນການທະຫານ, ແກ້ໄຂການຂັດແຍ້ງ ແລະ ຄວາມແຕກຕ່າງກັນໂດຍສັນຕິວິທີ, ສະໜັບສະໜູນຄວາມມານະພະຍາຍາມສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກໃຫ້ຄົບຖ້ວນ ແລະ ມີປະສິດທິຜົນ ແລະ ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກຢ່າງແທດຈິງ, ມີປະສິດທິຜົນ, ປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໂດຍໄວ, ປະກອບສ່ວນສ້າງທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ການຮ່ວມມື ແລະ ພັດທະນາ.


top