ຂ່າວສານ

ບັນດານັກຮຽນຮູ້ ແລະ ນັກຄົ້ນຄ້ວາຕ່າງປະເທດ ເຊີດຊູບົດບາດຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930 – 3/2/2025), ສາດສະດາຈານ, ປອ ຈາງຫານຜີງ ຫົວໜ້າສູນຄົ້ນຄ້ວາຫວຽດນາມ, ມະຫາວິທະຍາໄລ ເຈີຈຽງຂອງຈີນ ຢືນຢັນວ່າ, ໃນກິດຈະການປະຕິຮູບ ແລະ ກໍ່ສ້າງ “ສັງກາດໃໝ່”ໃນປະຈຸບັນ, ພັກກອມມູນິດຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ບໍ່ອາດທົດແທນໄດ້
ສາດສະດາຈານ, ປອ ຈາງຫານຜີງ ຫົວໜ້າສູນຄົ້ນຄ້ວາຫວຽດນາມ, ມະຫາວິທະຍາໄລ ເຈີຈຽງຂອງຈີນ

 ໃຫ້ຂໍ້ສັງເກດກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍທີ່ພັກກອມມູນິດຫວຽດນາມ ພວມປະເຊີນໜ້າໃນສັງກາດໃໝ່, ສາດສະດາຈານ  ຖືວ່າ: ບັນດາກາລະໂອກາດເພື່ອໃຫ້ ຫວຽດນາມ ປະຕິບັດໃນໄລຍະໃໝ່ແມ່ນໃຫຍ່ກວ່າບັນດາສິ່ງທ້າທາຍ. ບັນດາປັດໄຈທີ່ຢັ້ງຢືນສິ່ງນີ້ລວມມີ: ຄວາມສາມັກຄີພາຍໃນພັກ; ບັນດາຂໍ້ຕົກລົງ ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແມ່ນແທດເໝາະກັບຄວາມປາຖະໜາຂອງປະຊາຊົນ; ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນຈຸດໃຈກາງຍຸດທະສາດຂອງບັນດາດາປະເທດໃຫຍ່.

ໂດຍມີທັດສະນະເຊັ່ນດຽວກັນ, ນັກຄົ້ນຄ້ວາປະຫວັດສາດ ແລະນັກຂ່າວ ບຣາຊິນ De Oliviera Brazil ເຊື່ອໝັ້ນວ່າ ພັກກອມມູນິດ ຫວຽດນາມ ສວມບົດບາດໃຈກາງໃນປະຫວັດສາດ ຍຸກທັນສະໄໝຂອງ ຫວຽດນາມ. ຫວຽດນາມ ພວມພົ້ນເດັ່ນຂຶ້ນເປັນຂົວເຊື່ອມຕໍ່ທີ່ສຳຄັນໃນລະບົບການສະໜອງທົ່ວໂລກ, ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງບັນດາພື້ນຖານເສດຖະກິດພັດທະນາ ແລະ ພວມພັດທະນາ.

top