ຂ່າວສານ

ບັນດານັກອຸປະຖໍາຊ່ວຍເຫຼືອເຄື່ອງຊ່ວຍຫາຍໃຈ 500 ເຄື່ອງ ໃຫ້ແກ່ການຮັບມືກັບໂລກລະບາດໂຄວິດ - 19

      ທ່ານ ເຈິ່ນແທັງເໝິນ ສືບຕໍ່ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ສືບຕໍ່ເຂົ້າຮ່ວມການຊ່ວຍເຫຼືອການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ພິທີມອບ-ຮັບເຄື່ອງຊ່ວຍຫາຍໃຈ (ພາບ: nhandan.com.vn)
      ວັນທີ 5 ສິງຫາ, ທີ່ພິທີມອບ-ຮັບເຄື່ອງຊ່ວຍຫາຍໃຈ 500 ເຄື່ອງທີ່ມີມູນຄ່າ 120 ຕື້ດົ່ງ ເພື່ອຮັບໃຊ້ໃຫ້ແກ່ວຽກງານປິ່ນປົວຄົນເຈັບຕິດເຊື້ອໂຄວິດ - 19, ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການກະທໍາອັນດີງາມຂອງຜູ້ອຸປະຖໍາ.
        ເນື່ອງໃນໂອກາດນີ້, ທ່ານ ເຈິ່ນແທັງເໝິນ ສືບຕໍ່ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ສືບຕໍ່ເຂົ້າຮ່ວມການຊ່ວຍເຫຼືອການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເພື່ອພ້ອມກັບພັກ, ລັດ ມີແຫຼ່ງກໍາລັງເພີ່ມເຕີມຕື່ມອີກ, ເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນ, ປິ່ນປົວພະຍາດ, ຮັບປະກັນຊີວິດສັງຄົມ, ພິເສດແມ່ນຮັບປະກັນຄວາມປອດໄພທາງດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະຈະມາເຖິງ. 
(ແຫຼ່ງຄັດຈາກ VOV)


top