ຂ່າວສານ

ບັນດານັກອຸປະຖຳສືບຕໍ່ໝັ້ນໝາຍຊ່ວຍເຫຼືອທຶນ ODA ໃຫ້ແກ່ ຫວຽດນາມ

ຕອນບ່າຍວັນທີ 17 ມີຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ , ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບທຶນຊ່ວຍເຫຼືອພັດທະນາເປັນທາງການ ODA ແລະ ທຶນກູ້ຢືນດ້ວຍຄ່າດອກເບ້ຍຕ່ຳ ໄດ້ເປັນປະທານກອງປະຊຸມລະຫວ່າງຄະນະຊີ້ນຳ ແລະ ກຸ່ມ 6 ທະນາຄານທີ່ໃຫ້ການອຸປະຖຳແກ່ຫວຽດນາມ.

ບັນດານັກອຸປະຖຳໝັ້ນໝາຍສືບຕໍ່ ຊ່ວຍເຫຼືອທຶນ ODA  ໃຫ້ແກ່ຫວຽດນາມ
ກອງປະຊຸມໄດ້ເປັນເອກະພາບບັນດາມາດຕະການຊຸກຍູ້ການປ່ອຍແຫຼ່ງທຶນ ODA, ທຶນກູ້ຢືນດ້ວຍຄ່າດອກເບ້ຍຕ່ຳ ໃນສະພາບການທີ່ໃນຊຸມປີມໍ່ໆມານີ້, ອັດຕາການປ່ອຍທຶນຂອງກຸີ່ມ 6 ທະນາຄານ ມີແນວໂນ້ມຫຼຸດລົງ. ບັນດານັກອຸປະຖຳ ລ້ວນແຕ່ມີການຕີລາຄາເຊັ່ນກັນວ່າ ຫວຽດນາມໄດ້ນຳໃຊ້ບັນດາແຫຼ່ງທຶນກູ້ຢືມຢ່າງມີປະສິດທິຜົນ ແລະ ນີ້ກໍແມ່ນເຫດຜົນທີ່ບັນດານັກອຸປະຖຳຍັງສືບຕໍ່ ຊ່ວຍເຫຼືອທຶນ ODA  ໃຫ້ແກ່ຫວຽດນາມ. 
(ແຫຼ່ງຄັດຈາກ VOV)

top