ຂ່າວສານ

ບັນດານັກສຶກສາຫວຽດນາມທີ່ບໍ່ກັບມາປະເທດໃນໄລຍະເກີດໂລກລະບາດໂຄວິດ-19

      ໃນຂະນະທີ່ຊາວຫວຽດນາມ ນັບຫຼາຍພັນຄົນໄດ້ກັບມາປະເທດ, ນັກສຶກສາຫວຽດນາມ ຢູ່ລາວ ສ່ວນຫຼາຍຍັງມີຄວາມອ່ຽນໃຈຢູ່ປະເທດລາວ. ເຂົາເຈົ້າໄດ້ມີຄວາມໄວ້ວາງໃຈ ແລະ ປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບການປ້ອງກັນຕ້ານໂລກລະບາດຂອງຂະແໜງສາທາລະນະສຸກລາວ.
 
     
      ທ້າວ ດັ້ງຕວ໊ນກິ່ງ ຫົວໜ້າຄະນະນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ແບ່ງປັນວ່າ:
   ໃນບັ້ນປ້ອງກັນຕ້ານໂລກລະບາດໂຄວິດ-19, ນອກຈາກຄວາມມານະພະຍາຍາມຂອງຕົນແລ້ວລາວ ຍັງໄດ້ຮັບການຊ່ວຍເຫຼືອຈາກປະເທດຕ່າງໆກ່ຽວກັບເຄື່ອງວັດຖຸອຸປະກອນການແພດສະນັ້ນພວກນ້ອງກໍ່ມີຄວາມອຸ່ນອ່ຽນໃຈຕໍ່ຄວາມສາມາດປິ່ນປົວຂອງຂະແໜງສາທາລະນະສຸກລາວ.
  ຄະນະບໍລິຫານຄະນະນັກສຶກສາຫວຽດນາມ ຢູ່ລາວ ໄດ້ຈັດບັນດາການເຄື່ອນໄຫວໃນຂອບເຂດຫໍພັກ, ໂຄສະນາໃຫ້ສະມາຊິກທຸກຄົນຈຳກັດການໄປມາ, ບໍ່ສຳຜັດກັບຄົນແປກໜ້າ, ປະຕິບັດບັນດາມາດຕະການປ້ອງກັນໂລກລະບາດ, ຮ່ຳຮຽນ, ຫຼີ້ນກິລາ, ໂຄສະນາການປ້ອງກັນຕ້ານໂລກລະບາດ, ປຸກລະດົມການປະກອບຜ້າອັດປາກເພື່ອເອົາໄປແຈກຢາຍຟຣີໃຫ້ຜູ້ຜ່ານທາງ….
 (ແຫຼ່ງຄັດຈາກ VOV)
 


top