ຂ່າວສານ

ບັນດານັກຊ່ຽວຊານສະເໜີໃຫ້ປະຕິບັດການແຍກຫ່າງໃນສັງຄົມຮອດວັນທີ 30 ເມສາ 2020

      ທີ່ກອງປະຊຸມທາງອອນລາຍຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເຊິ່ງດຳເນີນໃນຕອນເຊົ້າວັນທີ 13 ເມສາ

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ກ່າວຄຳເຫັນທີ່ກອງປະຊຸມ
      ນັກຊ່ຽວຊານຫລາຍທ່ານໄດ້ສະເໜີ ຄວນສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຮອດວັນທີ 30 ເມສາ 2020. ຍ້ອນວ່າສະພາບການໂລກລະບາດໂຄວິດ-19 ໃນໂລກພວມມີການຜັນແປຢ່າງສັບສົນ ແລະ ຢູ່ພາຍໃນປະເທດຍັງມີບັນດາເຂດເປັນແຫຼ່ງຕິດເຊື້ອ ມີຄວາມສ່ຽງແຜ່ລະບາດອອກສູ່ວົງຄະນະຍາດ.
        ບັນດາຄຳເຫັນທີ່ກອງປະຊຸມ ກໍ່ຖືວ່າ: ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຄວນສືບຕໍ່ຮັກສາບັນດາມາດຕະການສະກັດກັ້ນໂລກລະບາດຈາກບັນດາດ່ານຊາຍແດນສາກົນ.
 (ແຫຼ່ງຄັດຈາກ VOV)


top