ຂ່າວສານ

ບັນດານັກຂ່າວອາຊຽນອອກຖະແຫຼງການຮ່ວມແຮງຮ່ວມໃຈກັນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ

ບັນດາປະເທດສະມາຊິກສະຫະພັນບັນດານັກຂ່າວອາຊຽນ (CAJ) ໄດ້ຍົກອອກ “ຖະແຫຼງການຂອງສະຫະພັນບັນດານັກຂ່າວອາຊຽນ ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19”.

(ພາບປະກອບ: TTXVN)

ໃນກອງປະຊຸມທາງອອນລາຍຫວ່າງມໍ່ໆມານີ້, ບັນດາປະເທດສະມາຊິກສະຫະພັນບັນດານັກຂ່າວອາຊຽນ (CAJ) ໄດ້ຍົກອອກ “ຖະແຫຼງການຂອງສະຫະພັນບັນດານັກຂ່າວອາຊຽນ ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19”.

        ຖະແຫຼງການຂອງ CAJ ໄດ້ຮັບຮອງບັນດາຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນບັນດາປະເທດສະມາຊິກ CAJ ເພື່ອແນໃສ່ຜ່ານຜ່າໂລກລະບາດ ກໍຄືປະເຊີນໜ້າກັບບັນດາຜົນກະທົບຂອງໂລກລະບາດທີ່ມີຕໍ່ເສດຖະກິດ, ສັງຄົມຢູ່ປະເທດຕົນ.

        CAJ ຢືນຢັນວ່າ, ໃນສະພາບເກີດໂລກລະບາດຄືໃນປະຈຸບັນ, ບົດບາດຂອງສື່ມວນຊົນນັບມື້ນັບມີຄວາມສຳຄັນຍິ່ງກວ່າເວລາໃດໝົດ ໃນການສະໜອງຂໍ້ມູນຂ່າວສານຢ່າງຊັດເຈນ ແລະ ຍາມໃດກໍ່ອັບເດດຂໍ້ມູນຂ່າວໃຫ້ປະຊາຊົນຢ່າງທັນການ. CAJ ສະເໜີໃຫ້ມີການຮ່ວມມືຂ້າມຊາຍແດນລະຫວ່າງບັນດາປະເທດສະມາຊິກ ເພື່ອແນໃສ່ແບ່ງປັນບັນດາຂໍ້ມູນຂ່າວສານຢ່າງທັນການ ແລະ ມີຄຸນຄ່າກ່ຽວກັບໂລກລະບາດ.

(ແຫຼ່ງຄັດຈາກ VOV)


top