ຂ່າວສານ

ບັນດາທ້ອງຖິ່ນໃນທົ່ວປະເທດປະຕິບັດບຸນປູກຕົ້ນໄມ້


ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຮ່ວາງ​ຈູງ​ຫາຍ
ເຂົ້າຮ່ວມບຸນ​ປູກ​ຕົ້ນ​ໄມ້​. (ພາບ: ອິນເຕີແນັດ)


      ຕອນ​ເຊົ້າ​ວັນ​ທີ 04/02, ນະຄອນ ຮ່າ​ໂນ​້ຍ ຈັດ​ຕັ້ງ​ບຸນ​ປູກ​ຕົ້ນ​ໄມ້​ຢູ່ທາງ​ແຍກ​ທິດ​ໃຕ້​ຂົວ ​ເຍີ​ດ​ເຕີນ, ບ້ານ ຟູ໋​ເທື້ອງ, ​ເມືອງ ​ໄຕ​ໂຮ່. ປຸກລະດົມ​ບຸນ​ປູກ​ຕົ້ນ​ໄມ້ 2017, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຮ່ວາງ​ຈູງ​ຫາຍ ຢືນຢັນ​ວ່າ: ບຸນ​ປູກ​ຕົ້ນ​ໄມ້ ​ເພື່ອ​ແນ​ໃສ່​ລະດົມ​ກຳລັງ​ແຮງ ​ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທັງ​ປະຊາ​ຄົມ​ໃນ​ການ​ພັດທະນາ​ຕົ້ນ​ໄມ້​ຂຽວ​ໃນ​ຕົວ​ເມືອງ, ສຸມ​ໃສ່​ບັນດາ​ແຫຼ່ງກຳລັງ​ສັງຄົມ ​ເພື່ອ​​ເຮັດ​ໃຫ້ໂຄງການ​ປູກ​ຕົ້ນ​ໄມ້ 1 ລ້ານ​ຕົ້ນ​ ​ໄລຍະ 2016 – 2020 ຂອງ​ນະຄອນ ຮ່າ​ໂນ້ຍ ​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ.
        ປີ 2016 ​ແມ່ນ​ປີ​ທຳ​ອິດ​ໃນ​ແຜນການ 5 ປີ​ປະຕິບັດ​ການປູກ​ຕົ້ນ​ໄມ້ 1 ລ້ານ​ຕົ້ນ, ນະຄອນ ຮ່າ​ໂນ້ຍ ​ປູກຕົ້ນ​ໄມ້​ໄດ້​ກ່ວາ 210.000 ຕົ້ນ. ຮ່າ​ໂນ້ຍ ສູ້​ຊົນ​ໃນ​ປີ 2017 ປູກຕົ້ນ​ໄມ້ທຸກ​ຊະນິດ​ໃຫ້​ໄດ້ 430.000 ຕົ້ນ.
        ຕ້ອບສະໜອງ​ບຸນ​ປູກ​ຕົ້ນ​ໄມ​້ປີ​ລະກາ 2017, ​ໃນ​ທົ່ວ​ແຂວງ ກວາງ​ນີງ ​ໄດ້​ດຳ​ເນີນ​ການປູກ​ຕົ້ນ​ໄມ້​ສ້າງ​ປ່າ​. ​ໄລ່​ຮອດ​ວັນ​ທີ 03/02 ສາມາດ​ປູກ​ຕົ້ນ​ໄມ້​ທຸກ​ຊະນິດ​ໄດ້​ກ່ວາ 184.000 ຕົ້ນ. ບັນດາ​ທ້ອງ​ຖິ່ນ, ຫົວໜ່ວຍ​ຈະ​ຜັນ​ຂະຫຍາຍ​​​ບຸນ​ປູກ​ຕົ້ນ​ໄມ້​ປີ​ລະກາ 2017 ຈົນ​ໝົດ​ເດືອນ 2.
(ແຫຼ່ງຄັດຈາກ VOV)

top