ຂ່າວສານ

ບັນດາທ້ອງຖິ່ນເອົາຕົວຢ່າງໃນວົງກວ້າງເພື່ອກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19, ເປັນເຈົ້າການສະກັດກັ້ນແຫຼ່ງແຜ່ລະບາດ

      ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ໄດ້ໃສ່ໃຈບັນດາທ້ອງຖິ່ນຕ້ອງເອົາຕົວຢ່າງໃນວົງກວ້າງເພື່ອກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19, ເປັນເຈົ້າການສະກັດກັ້ນແຫຼ່ງແຜ່ລະບາດ
ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ
(ພາບ: qdnd.vn)
      ທີ່ກອງປະຊຸມແລກປ່ຽນວຽກງານທາງອິນເຕີແນັດກັບຄະນະກຳມະການປະຊາຊົນ ແລະ ພະແນກສາທາລະນະສຸກບັນດາແຂວງ, ນະຄອນ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ເຊິ່ງດຳເນີນໃນຕອນເຊົ້າວັນທີ 19 ກຸມພາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ໄດ້ໃສ່ໃຈບັນດາທ້ອງຖິ່ນຕ້ອງເອົາຕົວຢ່າງໃນວົງກວ້າງເພື່ອກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19, ເປັນເຈົ້າການສະກັດກັ້ນແຫຼ່ງແຜ່ລະບາດ, ບໍ່ເດີນຕາມຫຼັງການແຜ່ລະບາດຂອງໂລກລະບາດ.
        ທ່ານລັດຖະມົນຕີ ຫງວຽນແທງລອງ ຊີ້ແຈ້ງວ່າ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຍັງແມ່ນໜ້າທີ່ຮີບດ່ວນໃນໄຕມາດທີ 1 ນີ້ ແລະ ຄາດວ່າໂລກລະບາດບໍ່ສາມາດສິ້ນສຸດລົງໃນປີນີ້ໄດ້. ເມື່ອຍົກອອກຕົວຈິງການຕິດແປດຢູ່ເຂດແຍກຕົວລວມພົນລະເມືອງຢູ່ ຫາຍເຢືອງ, ກະຊວງສາທາລະນະສຸກໄດ້ສະເໜີໃຫ້ແຂວງນີ້ ຕ້ອງເພີ່ມທະວີການແຍກຕົວກໍລະນີຖືກສົງໄສຢູ່ເຂດໂດຍກອງທັບຄຸ້ມຄອງ, ພ້ອມແລ້ວທີ່ຈະຮັບມືກັບທຸກລະດັບແຜ່ລະບາດຂອງໂລກລະບາດ. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ, ເນັ້ນໜັກວ່າ.
        “ເອົາຕົວຢ່າງໃນວົງກວ້າງ, ວິໄຈໄວ, ປິດລ້ອມໃນວົງແຄບເພື່ອຫຼີກລ້ຽງການສົ່ງຜົນກະທົບຕໍ່ປະຊາຊົນ. ບາງເທື່ອການວິໄຈແມ່ນກຸນແຈຂອງການຄວບຄຸມໂລກລະບາດ, ສະກັດກັ້ນແຫຼ່ງແຜ່ລະບາດ. ຖ້າຫາວິໄຈຊ້າແມ່ນເດີນຕາມຫຼັງໂລກລະບາດ, ໂດຍສະເພາະແມ່ນໄວຣັດສາຍພັນໃໝ່ໄດ້ແຜ່ລະບາດຢ່າງໄວທີ່ສຸດ.”
 (ແຫຼ່ງຄັດຈາກ VOV)


top