ຂ່າວສານ

ບັນດາທ້ອງຖິ່ນເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມໂລກລະບາດ Covid-19

ກ່າວຄຳເຫັນທີ່ກອງປະຊຸມຄະນະຊີ້ນຳການປ້ອງກັນ, ຄວບຄຸມໂລກລະບາດ Covid-19 ນະຄອນ ຮ່າໂນ້ຍ ໃນຕອນຄ່ຳວັນທີ 09 ມີນາ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ບັນດາຕາແສງ, ເມືອງ, ພະແນກ, ຂະແໜງການທັງໝົດ ເປັນຕົ້ນແມ່ນຜູ້ເປັນຫົວໜ້າ ຕ້ອງປະຈຳການນັບທັງກາງເວັນແລະຄືນ ເພື່ອແກ້ໄຂບັນດາການຜັນແປຢ່າງສັບສົນຂອງໂລກລະບາດ Covid-19 ໃນທັນທີ.

ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ (ພາບ:Chinhphu.vn)

ຕໍ່ໜ້າສະພາບການສັບສົນ ຂອງໂລກລະບາດ Covid-19 ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ປະຊາຊົນຄວນມີຄວາມຮັບຮູ້ຢ່າງຈະແຈ້ງ ກ່ຽວກັບຄວາມສ່ຽງໃນການຕິດແປດ ເປັນເຈົ້າການເພື່ອມີບັນດາມາດຕະການປ້ອງກັນ, ຫຼີກລ້ຽງການຕິດເຊື້ອພະຍາດ; ອຳນາດການປົກຄອງທຸກຂັ້ນ ຕ້ອງມີຄວາມພ້ອມ, ເປັນເຈົ້າການ. ທ່ານ ຫງວຽນດຶກຈູງ ກ່າວວ່າ:

        “ບັນດາຕາແສງ, ເມືອງ, ພະແນກ, ຂະແໜງການທັງໝົດ ເປັນຕົ້ນແມ່ນຜູ້ເປັນຫົວໜ້າຕ້ອງປະຈຳການ, ເມື່ອການນຳນະຄອນໂທຫາ ຕ້ອງຮັບໂທລະສັບ; ແກ້ໄຂບັນດາການຜັນແປຂອງໂລກລະບາດໃນທັນທີ, ນັບທັງກາງເວັນ ແລະ ຄືນ.

        ຕອນບ່າຍວັນທີ 09 ມີນາ, ນະຄອນ ຫະລອງ, ແຂວງ ກ໋ວາງນິງ ໄດ້ສົມທົບກັບບັນດາໂຮງໝໍໃນບໍລິເວນແຂວງ ຈັດຕັ້ງການກວດກັ່ນກອງສຸຂະພາບໃຫ້ແກ່ປະຊາຊົນໃນບໍລິເວນນະຄອນທັງໝົດ.

        ຢູ່ແຂວງ ລາວກາຍ, ມີ 17 ກໍລະນີ ຖືກສົງໄສຕິດເຊື້ອໄວຣັດ SARS CoV-2 ພາຍຫລັງວິໄຈຕົວຢ່າງພະຍາດແລ້ວແມ່ນໄດ້ຮັບຜົນລົບ, ໃນນັ້ນ ລວມມີ ຊາວ ອັງກິດ 4 ຄົນທີ່ເດີນທາງເຂົ້າ ຫວຽດນາມ ເມື່ອວັນທີ 02 ມີນາ ແລະ ຜູ້ທີ່ພົບປະໂດຍກົງກັບຄູ່ຜົວເມຍຊາວ ອັງກິດ ທີ່ຕິດເຊື້ອໄວຣັດ SARS CoV-2.

 (ແຫຼ່ງຄັດຈາກ VOV)


top