ຂ່າວສານ

ບັນດາທ້ອງຖິ່ນເພີ່ມທະວີການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ນັບແຕ່ເວລາ 12 ໂມງຂອງວັນທີ 25 ພຶດສະພາ 2021 ຮ່າໂນ້ຍ ຢຸດຕິການເຄື່ອນໄຫວບາງຮາກຖານດຳເນີນທຸລະກິດການບໍລິການເພື່ອຮັບປະກັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ແຂວງ ຫາຍເຢືອງ ກໍ່ຮຽກຮ້ອງຮັດແໜ້ນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ
(ພາບປະກອບ)
      ຕອນຄ່ຳວັນທີ 24 ພຶດສະພາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈູງອັກແອັງ ມີໂທລະເລກດ່ວນວ່າ ນັບແຕ່ເວລາ 12 ໂມງຂອງວັນທີ 25 ພຶດສະພາ 2021 ໃຫ້ຢຸດຕິການເຄື່ອນໄຫວບາງຮາກຖານດຳເນີນທຸລະກິດການບໍລິການເພື່ອຮັບປະກັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ພ້ອມກັນນັ້ນກໍ່ຍູ້ແຮງວຽກງານໂຄສະນາດ້ວຍຫຼາຍຮູບຫຼາຍແບບໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ ແລະ ໄວກວ່າ.
ແລະກໍ່ໃນວັນດຽວກັນ, ແຂວງ ຫາຍເຢືອງ ກໍ່ຮຽກຮ້ອງໃຫ້ບັນດານະຄອນ, ເມືອງ, ເທດສະບານເມືອງ ຮັດແໜ້ນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຄັ່ງຄັດກວ່າເກົ່າ ໂດຍອີງຕາມແຕ່ລະບໍລິເວນຂັ້ນຕາແສງ, ຊຸມຊົນ, ບ້ານ, ຖະໜົນ… ຢູ່ນະຄອນ ຫາຍເຢືອງ, ນັບແຕ່ເວລາ 0 ໂມງຂອງວັນທີ 25 ພຶດສະພາ, ໄດ້ນຳໃຊ້ລະດັບແຍກຫ່າງໃນສັງຄົມທີ່ສູງກວ່າຢູ່ 10 ບ້ານໃນນະຄອນ, ຫຼຸດຜ່ອນບັນດາກອງປະຊຸມ, ກອງປະຊຸມໂດຍກົງຢ່າງສຸດຂີດໃຫ້ຫຼາຍທີ່ສຸດ, ເພີ່ມທະວີການຈັດກອງປະຊຸມທາງອອນລາຍ.
ໃນຂະນະນັ້ນ, ແຂວງ ລາຍເຈົາ ພວມຍົກສູງສະຕິລະມັດລະວັງ, ສຸມກຳລັງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ດ້ວຍຈິດໃຈຂ້ຽວຂາດ, ບໍ່ປະໝາດ, ຂາດຄວາມລະມັດລະວັງ, ເພື່ອແນໃສ່ສະກັດກັ້ນຢ່າງສຸດຂີດ ບໍ່ປະໃຫ້ໂລກລະບາດແຜ່ລະບາດໃນບໍລິເວນ. ພ້ອມກັນນັ້ນ, ທາງແຂວງ ກໍ່ເພີ່ມທະວີການນຳໃຊ້ເຕັກໂນໂລຊີເຂົ້າໃນບັນດາການເຄື່ອນໄຫວຊອກຫາຜູ້ທີ່ເຄີຍພົບປະໂດຍກົງກັບຜູ້ຕິດເຊື້ອພະຍາດ.
(ແຫຼ່ງຄັດຈາກ VOV)


top